ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງສາລະວັນ ສ້າງໄດ້ທ່າແຮງດ້ານຜະລິດ ແລະ ສ້າງລາຍຮັບ

     ອີງຕາມການລາຍງານຂອງ ພັນໂທ ຄຳມາ ອິນທະນີກອນ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງການກອງບັນ ຊາການທະຫານແຂວງສາລະວັນໄດ້ ຊີ້ໃຫ້ເຫັນວ່າ: ກອງປະຊຸມສະຫຼຸບຕີລາຄາວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີນີ້ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 11–12 ກໍລະກົດ ຜ່ານມາວ່າ: ໃນ 6 ເດືອນຕົ້ນປີ 2016 ຜ່ານມານີ້ ກອງບັນຊາການທະຫານແຂວງສາລະວັນ ສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ, ຫັດຖະກຳ ແລະບໍລິການ ໄດ້ທັງ ໝົດ 1.528.958.500 ກີບ, ຖ້າທຽບໃສ່ແຜນການທີ່ວາງອອກເຫັນວ່າປະຕິບັດໄດ້ຕາມຄາດໝາຍໄດ້ມາຈາກການຂາຍຜົນຜະລິດຊະນິດຕ່າງໆ ເປັນຕົ້ນ ແມ່ນເຂົ້ານາປີ, ມັນຕົ້ນ, ສາລີພັນ, ກາເຟ ແລະພືດຜັກສວນຄົວຊະນິດຕ່າງໆ, ນອກນັ້ນກໍໄດ້ລ້ຽງງົວ 420 ກວ່າໂຕ, ແບ້ 63 ໂຕ, ໝູ 390 ກວ່າໂຕ, ສັດ ປີກ 5.300 ກວ່າໂຕ ແລະລ້ຽງປາ 75.900 ໂຕ, ກົບ 11.500 ໂຕ ແລະຮັບຈາກການຂາຍດິນຈີ່, ຈໍາໜ່າຍນໍ້າດື່ມບໍລິການໂຮງສີເຂົ້າ ແລະລາຍຮັບຈາກ
ການບໍລິການເຮືອນພັກ-ຮ້ານອາຫານ.

                                 
                                                                                           

     ສໍາລັບທິດທາງແຜນການໃນຕໍ່ໜ້ານັ້ນ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງສາລະວັນ ໄດ້ສືບຕໍ່ສຸມໃສ່ຊີ້ນໍາ-ນໍາພາບັນດາກົມກອງ ຮາກຖານ ເປັນເຈົ້າການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມເປີດກວ້າງຄັ້ງທີ 4 ສະໄໝທີ 4 ຂອງກອງບັນຊາການທະຫານແຂວງສາລະວັນ, ປະຕິ ບັດຕາມທິດນຳ 4 ປູກ 4 ລ້ຽງທີ່ກົມໃຫຍ່ພະລາທິການວາງອອກ ຕິດພັນກັບ 4 ແຜນງານໃຫຍ່ 26 ໂຄງການຂອງຄະນະພັກກະຊວງປ້ອງກັນປະເທດດ້ວຍ ຈິດໃຈບຸກທະລຸ ພ້ອມທັງໄດ້ວາງຄາດໝາຍໃຫ້ແຕ່ລະກົມກອງຕ້ອງເປັນເຈົ້າການຊອກແຫຼ່ງລາຍຮັບໃຫ້ໝັ້ນທ່ຽງ, ຄິດສະເລ່ຍຫົວຄົນແມ່ນ 4–6 ແສນກີບ
/ຄົນ/ປີຂຶ້ນໄປ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012