ນັກສຶກສາຂອງໂຮງຮຽນທິດສະດີການເມືອງກະຊວງ ປກສ
ລົງທັດສະນະສຶກສາຢູ່ກອງ “ ຂ 11 ”
ວັນທີ 15 ກໍລະກົດ ຜ່ານມານີ້, ພັນເອກ ປະລິນຍາເອກ ວິໄລ ເພັດມີໄຊ ຫົວໜ້າອຳນວຍການໂຮງຮຽນທິດສະດີການເມືອງກະຊວງ ປກສ ໄດ້ນຳພາ
ນັກສຶກສາລະບົບບຳລຸງ 5 ເດືອນຊຸດທີ VII ລົງທັດສະນະສຶກສາຢູ່ກອງ “ຂ 11” ເຊິ່ງແມ່ນກົມກອງຈຸດສຸມຕົວແບບຂອງກະຊວງປ້ອງກັນປະເທດ ເພື່ອເກັບ
ກຳຂໍ້ມູນຊອກຮູ້ບົດຮຽນປະສົບປະການກ່ຽວກັບການປັບປຸງກໍ່ສ້າງກຳລັງໃນດ້ານຕ່າງໆ ໂດຍສະເພາະແມ່ນໃນຂົງເຂດວຽກງານພັກ-ວຽກງານການເມືອງເຊິ່ງ
ມີຄະນະພັກ-ຄະນະບັນຊາ ແລະພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງໃນກົມກອງໃຫ້ການຕ້ອນ ຮັບ.
ໂອກາດນີ້, ພັນເອກ ບຸນສົງ ພິມມະວົງ ຫົວໜ້າການເມືອງກອງ “ຂ 11” ກໍໄດ້ລາຍງານໃຫ້ຄະນະດັ່ງກ່າວໄດ້ຮັບຊາບກ່ຽວກັບທີ່ຕັ້ງພາລະບົດບາດ, ໜ້າ
ທີ່ການເມືອງຂອງກົມກອງ, ລວມທັງວິທີການ, ມາດຕາການສຳຄັນໃນການນຳພາປັບປຸງກໍ່ສ້າງກຳລັງພັດທະນາກົມກອງໃນດ້ານຕ່າງໆ ໂດຍສະເພາະແມ່ນ
ການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ, ການສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ກອງປອດໄພ, ປອດໃສ, ປອດຄະດີ,
ກອງວັດທະນະທຳ ແລະການສ້າງພະລາທິການກັບທີ່ຕາມທິດນຳ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ເຊິ່ງໄດ້ເຮັດໃຫ້ບັນດາການຈັດ
ຕັ້ງຮາກຖານພັກໃນທົ່ວກົມກອງໄດ້ຮັບການຢັ້ງຢືນຈາກຄະນະປະຈຳພັກກະຊວງປ້ອງກັນປະເທດ ເປັນກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານບັນລຸຄາດໝາຍ
ໄດ້100% ໃນນີ້ມີບາງຮາກຖານພັກແມ່ນໄດ້ຮັບການຢັ້ງຢືນຫຼາຍຄັ້ງຕໍ່ເນື່ອງ.