ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມ
ຂໍ່ານັບທີ່ປຶກສາທູດຝ່າຍປ້ອງກັນຊາດ ກໍາປູເຈຍ ຄົນໃໝ່


ສະຫາຍ ພັນເອກ ແຊງ ຣັກ ຣາ ທີ່ປຶກສາທູດຝ່າຍປ້ອງກັນຊາດກໍາປູເຈຍ ​       ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ

     ໃນວັນທີ 7 ທັນວາ 2020 ນີ້, ຢູ່ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ ພ້ອມຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພັນເອກ ແຊງ ຣັກ ຣາ ທີ່ປຶກສາທູດຝ່າຍປ້ອງກັນຊາດ ກໍາປູເຈຍ ຄົນໃໝ່ທີ່ມາປະຈໍາຢູ່
ສປປ ລາວ ພ້ອມຄະນະ.

     ໂອກາດນີ້ ສະຫາຍ ພົນຕີ ອ່ອນສີ ແສນສຸກ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ສະຫາຍ ພັນເອກ ແຊງ ຣັກ ຣາ ທີ່ປຶກສາທູດຝ່າຍປ້ອງ
ກັນຊາດ ກໍາປູເຈຍ ຄົນໃໝ່ພ້ອມທັງໄດ້ຕີ ລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ກຳປູເຈຍ ເວົ້າ
ສະເພາະກໍແມ່ນການພົວພັນຮ່ວມມື ລະຫວ່າງສອງ ກະຊວງປ້ອງກັນປະເທດລາວ ແລະ ກຳປູເຈຍ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍສູງເດັ່ນຂຶ້ນເລື້ອຍໆ
ເປັນຕົ້ນແມ່ນການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງສອງ ກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງຣາຊະອານາຈັກ ກຳ
ປູເຈຍ, ການອົບຮົມກໍ່ສ້າງພະນັກງານ ດ້ານພາສາ ແລະ ການເຝິກອົບຮົມລະດັບດ້ານວິຊາສະເພາະຕ່າງໆ ຕະຫຼອດໄລຍະທີ່ຜ່ານມາ.

     ສະຫາຍ ພັນເອກ ແຊງ ຣັກຣາ ໄດ້ສະແດງຄວາມຂອບໃຈທີ່ ສະຫາຍ ພົນຕີ ອ່ອນສີ ແສນສຸກ ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີ
ຈິດມິດຕະພາບ ພ້ອມທັງລາຍງານປະຫວັດການເຄື່ອນໄຫວ ໂດຍຫຍໍ້ຂອງຕົນໃນໄລຍະຜ່ານມາ ໃຫ້ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດໄດ້
ຮັບຊາບ, ໃນໂອກາດດຽວກັນທີ່ປຶກສາທູດຍັງໄດ້ເຂົ້າຢ້ຽມຢາມ ສະຫາຍ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມ ພົວພັນຕ່າງປະເທດອີກດ້ວຍ.