ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກປທ ປາຖະກະຖາມູນເຊື້ອວັນຊາດທີ 2 ທັນວາ
ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ

     ຕອນເຊົ້າຂອງວັນທີ 7 ທັນວາ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບກະຊວງປ້ອງກັນປະເທດ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນ
ສະຖາປະນາ ສປປ ລາວ ຄົບຮອບ 42 ປີ ( 02/12/1975-02/12/2017 ) ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ
(13/12/1920 - 13/12/ 2017) ໂດຍການເປັນປະທານ ແລະ ປາຖະກະຖາຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເຊິ່ງມີຄະນະນຳກະຊວງ, ກົມໃຫຍ່, ຫົວໜ້າກົມ, ຮອງກົມ, ຄະນະພັກ-ຄະນະບັນຊາ,
ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານພິທີປາຖະກະຖາມູນເຊື້ອວັນຊາດທີ 2 ທັນວາຄົບຮອບ 42 ປີ
ແລະວັນຄ້າຍວັນເກີດຂອງປະທານໄກສອນພົມວິຫານຄົບຮອບ 97 ປີ

     ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ກ່າວວ່າ: ວັນຊາດທີ 2 ທັນວາ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ, ເປັນວັນທີ່ມີຄວາມໝາຍ
ຄວາມສຳຄັນຂອງຊາດລາວຂອງເຮົາ ສະແດງໃຫ້ເຫັນເຖິງມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວເຮົາ ພາຍໃຕ້ການນຳພາ
ອັນສະຫຼາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງ ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ
ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ, ສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975, ຈຶ່ງເປັນວັນທີ່ມີຄວາມໝາຍ
ຄວາມສຳຄັນເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ
ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີປະຊາທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີ
ສະຖານະພາບເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ແຫ່ງການສ້າງ
ປະເທດລາວໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ, ພ້ອມດຽວກັນ ນັ້ນກໍໄດ້ເລົ່າປະຫວັດການເຄື່ອນໄຫວຂອງປະ
ທານ ໄກສອນ ພົມວິຫານ ໃນການເຄື່ອນໄຫວແຕ່ລະໄລຍະ ໂດຍສະເພາະແມ່ນມູນເຊື້ອການເຄື່ອນໄຫວປະຕິວັດອັນອົງອາດກ້າຫານ, ເດັດດ່ຽວໜ່ຽວ
ແໜ້ນຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດເປັນຜູ້ນຳຂອງພັກ-ລັດທີ່ມີຄວາມສາມາດ, ສະຫຼາດ
ສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ
ແລະ ຊາດ ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ ເປັນຜູ້ນຳທີ່ບໍລິສຸດປອດໃສ ເປັນນັກເຄື່ອນໄຫວສາກົນຜູ້ດີ
ເດັ່ນ ທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງເຮັດໃຫ້ ສປປ ລາວມີບົດບາດໃນເວທີສາກົນ ສະນັ້ນຮຽກ
ຮ້ອງໃຫ້ພະນັກງານ-ນັກຮົບຕ້ອງຮຽນຮູ້ເອົາວີລະກຳຄຸນງາມຄວາມດີຂອງເພີ່ນ ແລະ ເຈດຈຳນົງແນວທາງນັ້ນໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງກົມກອງ
ໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານຜູ້ດີເດັ່ນ ແລະ ນຳພາກອງທັບເຮົາກ້າວຂຶ້ນເປັນກອງທັບແບບແຜນທັນສະໄໝ.