ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມຜ່ານ​ເນື້ອ​ໃນ​ປຶ້ມຕຳລາ​ການ​ຮຽນ-ການ​ສອນ ວິ​ຊາ​ວິ​ທະ​ຍາສາດ​ສິ່ງ​ແວດ​ລ້ອມ​ໃນ​ກອງທັບ


ສະຫາຍ ພັນເອກ ສຸລິວັນ ແສງຈັນ ​ເປັນ​ປະທານ

     ວັນທີ 31 ຕຸລາ 2019 ນີ້, ຢູ່ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດກອງປະຊຸມ ປຶກສາຫາລືຜ່ານເນື້ອໃນຕຳລາ ການຮຽນ-ການສອນ ໃນວິຊາວິທະ
ຍາສາດສິ່ງແວດລ້ອມໃນກອງທັບ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມ ວສ-ປສ ການທະຫານ, ມີບັນດາ ສະຫາຍ
ພາກສ່ວນກ່ຽວຂ້ອງຈາກບັນດາ ວິທະຍາຄານ, ວິທະຍາໄລ, ໂຮງຮຽນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພັນເອກ ສຸລິວັນ ແສງຈັນ ໄດ້ກ່າວວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດ ​ເພື່ອໃຫ້ທຸກພາກສ່ວນມີສ່ວນຮ່ວມກ່ຽວ
ກັບວຽກງານສິ່ງແວດລ້ອມ, ດັ່ງນັ້ນກົມ ວສ-ປສ ການທະຫານ ມີ​ພາລະ​ບົດບາດເປັນເສນາທິການ ດ້ານ​ວຽກງານ​ວິທະຍາສາດ ​ການ​ທະຫານ ໃຫ້ກະຊວງປ້ອງກັນປະເທດ
ໄດ້ຈັດໃຫ້ມີກອງປະຊຸມເພື່ອຜ່ານຕຳລາການຮຽນ-ການສອນວິຊາສິ່ງ ແວດລ້ອມໃນກອງທັບ, ບາງບົດຮຽນກ່ຽວກັບການຮຽນ-ການສອນວິຊາສິ່ງແວດລ້ອມຂອງກອງທັບ
ປະຊາຊົນຫວຽດນາມ, ​ເພື່ອເອກະສານທີ່ນຳມາສະເໜີໃນຄັ້ງນີ້ມີຄວາມອຸດົມສົມບູນ ແລະ ສາມາດ ນຳໄປຈັດຕັ້ງປະຕິບັດປະກອບເປັນຕຳລາ ການຮຽນ-ການສອນ ໃຫ້ວິ
ທະຍາຄານ, ວິທະຍາໄລ ໃນ ກອງທັບ ຕາມຍຸດທະສາດການພັດທະນາສີຂຽວແບບຍືນຍົງ ເຊິ່ງປັດຈຸບັນເຫັນໄດ້ວ່າວຽກງານສິ່ງແວດລ້ອມມີຄວາມສຳຄັນຫຼາຍເພາະ,
ການພັດທະນາຕ້ອງຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ເຊິ່ງເນື້ອໃນປະກອບ ມີ 12 ບົດ 1. ສິ່ງແວດລ້ອມ ແລະ ລະບົບນິເວດວິທະຍາ, 2. ຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມ, 3. ວິວັດທະນາການ ແລະ ຄວາມຫຼາກຫຼາຍຂອງຊີວະນາໆພັນ, 4. ທາດ ເຄມີ, ການຖ່າຍທອດພະລັງງານ ແລະ ວົງຈອນທາງສິ່ງແວດລ້ອມ, 5.
ມົນລະພິດທາງສິ່ງແວດລ້ອມ, 6. ຂີ້ເຫຍື້ອ ແລະ ສິ່ງເສດ ເຫຼືອ, 7. ການປ່ຽນແປງດິນຟ້າອາກາດ ແລະ ການປັບຕົວ, 8. ຄຸນລັກສະນະ ແລະ ການຄຸ້ມຄອງຂອງດິນ ບໍລິ
ເວນນໍ້າ, 9. ຜົນສະທ້ອນຈາກຄວາມທຸກຍາກຕໍ່ສະພາບແວດລ້ອມ ແລະ ກົນໄກການພັດທະນາ ແບບຍືນຍົງ, 10. ຄວາມຮູ້ພື້ນຖານໃນການປະເມີນຜົນກະທົບ ທາງສິ່ງ
ແວດລ້ອມທຳມະຊາດ-ສັງຄົມ, 11. ຈະລິຍະທຳດ້ານສິ່ງແວດລ້ອມ, 12. ນິຕິກຳກ່ຽວຂ້ອງກັບການຄຸ້ມຄອງສິ່ງແວດລ້ອມ ເຊິ່ງກອງປະຊຸມແຕ່ລະພາກສ່ວນ ໄດ້ປະກອບ
ຄຳຄິດຄຳເຫັນດ້ວຍຄວາມຮັບຜິດຊອບສູງ ເພື່ອປັບປຸງຕຳລາ​ດ້ານ​ວຽກງານ ສິ່ງແວດລ້ອມ​ເຫຼັ້ມນີ້​ມີຂໍ້ມູນລະອຽດ ແລະ ອຸດົມສົມບູນ ​ເພື່ອຫັນເປັນບົດຮຽນບົດສອນ ໃຫ້
ແທດເໝາະກັບສະພາບລວມຂອງ ກອງທັບປະຊາຊົນລາວ ​ເພື່ອເຮັດໃຫ້ພະນັກງານ-ນັກຮົບ ພາຍໃນກອງທັບໄດ້ເປັນເຈົ້າການຈັດຕັ້ງປະຕິບັດເຮັດໃຫ້ສິ່ງແວດລ້ອມຂອງ
ແຕ່ລະກົມກອງມີຄວາມຈົບງາມປາສະຈາກມົນລະພິດ ຖືກຕ້ອງສອດຄ່ອງກັບ ການສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳ ຢ່າງແທ້ຈິງ.