ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຮັບ​ຕ້ອນ
ຂອງຫົວໜ້າ ກົມນິຕິກຳ ກະຊວງປ້ອງກັນປະເທດ ຫວຽດນາມ


     ໃນວັນທີ 7 ພະຈິກນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງ
ທັບປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນຈັດຕະວາ ຮ່ານ ແມັງ ຖັງ ຫົວໜ້າ ກົມນິຕິກຳ ກະຊວງປ້ອງກັນປະເທດ ຫວຽດນາມ, ພ້ອມ
ດ້ວຍຄະນະເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນ 4-7 ພະຈິກ 2019 ນີ້.

     ໃນໂອກາດນີ້, ສະຫາຍ ຮອງລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະ ໜິດສະໜົມ ພ້ອມທັງຢືນຢັນຢ່າງໜັກແໜ້ນ ແລະ ຕີລາຄາສູງຕໍ່
ການມາເຮັດວຽກໃນຄັ້ງນີ້ຂອງ ສະຫາຍ ຫົວໜ້າ ກົມນິຕິກຳ ເຊິ່ງເປັນການປະກອບສ່ວນເຂົ້າໃນສາຍພົວພັນຮ່ວມມືດ້ານວຽກງານ ປ້ອງກັນຊາດ ລະຫວ່າງສອງຝ່າຍ ເຊິ່ງ
ແມ່ນການຮ່ວມມືທີ່ສຳຄັນຂອງການນຳ ກະຊວງປ້ອງກັນປະເທດ ກໍຄືການນຳພັກ-ລັດ ສອງປະ ເທດ ສະໜັບສະໜູນ ແລະ ເຊື່ອໝັ້ນວ່າການຮ່ວມມືສອງຝ່າຍລະຫວ່າງ
ສອງ ກອງທັບລາວ ແລະ ຫວຽດນາມ ຈະນັບມື້ຍິ່ງສວຍງາມ ແລະ ມີປະສິດທິຜົນປະກອບສ່ວນເສີມສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃນພາລະກິດການຮ່ວມມືຮອບ
ດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດແໜ້ນ ແຟ້ນຍິ່ງໆຂຶ້ນ, ປະກອບສ່ວນປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະ
ຄວາມໝັ້ນຄົງຂອງສອງປະເທດ ແລະ ເສີມສ້າງໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ.

     ສະຫາຍ ຫົວໜ້າ ກົມນິຕິກຳ ກະຊວງປ້ອງກັນປະເທດ ຫວຽດນາມ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ສະຫາຍ ຮອງລັດຖະມົນຕີ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ,
ພ້ອມທັງລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ຜົນຂອງການພົບປະສອງຝ່າຍ ລະຫວ່າງກົມກົດໝາຍກະຊວງ ປ້ອງກັນປະເທດລາວ ແລະ ກົມນິຕິກຳ ກະຊວງ
ປ້ອງກັນປະເທດ ຫວຽດນາມ ໃຫ້ທ່ານ ຮອງລັດຖະມົນຕີ ຊາບ ແລະ ຢືນຢັນສືບຕໍ່ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຂົງເຂດຂ່າວສານ, ໂຄສະນາ, ສຶກສາອົບຮົມ
ມູນເຊື້ອ, ເຝິກອົບຮົມກໍ່ສ້າງພະນັກງານ, ແລກປ່ຽນທາງດ້ານວັດທະນະທຳ ແລະ ສິລະປະ-ວັນນະຄະດີ.