ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ຈັດຕັ້ງສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 25 ປີ


ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເປັນປະທານ

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 25 ປີ ( 7/10/1994 - 7/10/2019 ). ໃນວັນທີ
4 ຕຸລາ ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ, ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າ ການເມືອງ ວປກ. ມີ ຄະນະພັກ - ຄະ
ນະອຳນວຍການ, ໂຮງຮຽນ ທີດສະດີການເມືອງ ກອງທັບ, ຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບນັກສືກສາ, ຕະຫຼອດຮອດບັນດາພະນັກງານ, ຄູ-ອາຈານ, ນັກສຶກສາ
ທຸກໆພາກສ່ວນທົ່ວ ວປກ ເຂົ້າຮ່ວມ.

     ໂອກາດດັ່ງກ່າວ ສະຫາຍ ຫົວໜ້າ ການເມືອງ ວປກ, ກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄຳອວຍພອນໄຊ ອັນປະເສີດ ມາຍັງຄະນະ, ຄູ-ອາຈານທຸກໆ
ພາກສ່ວນທົ່ວ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ, ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາຄົບຮອບ 25 ປີ, ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີ
ວິດ, ມີຄວາມສຸກກາຍສະບາຍໃຈ, ພ້ອມກັນເຮັດສຳເລັດທຸກໜ້າທີ່ອັນມີກຽດສະຫງ່າຂອງຕົນ, ອວຍພອນສາຍພົວພັນຮ່ວມມືລະຫວ່າງຄະນະ, ຄູ-ອາຈານ ຕ່າງປະເທດ
ກັບ ຄູ-ອາຈານ ລາວ, ທີ່ມີການຮ່ວມມື, ມີການຊ່ວຍເຫຼືອ ແລະ ມີຄວາມສາມັກຄີແບບພິເສດຕະຫຼອດມາ. ນອກຈາກນັ້ນ ຍັງເປັນການເຜີຍແຜ່ໂຄສະນາພາລະບົດບາດ,
ມູນເຊື້ອອັນອົງອາດກ້າຫານທີ່ມີຄວາມໝາຍ-ຄວາມສຳຄັນຢ່າງຍິ່ງ ຂອງວັນດັ່ງກ່າວໃຫ້ດັງກ້ອງໄປໄກພ້ອມກັນເຊີດຊູນ້ຳໃຈເສຍສະຫຼະອັນມີຄ່າ ແລະ ສູງສົ່ງຂອງຄູ-ອາ
ຈານ ທຸກທົ່ວໜ້າ, ໃຫ້ຢູ່ຄູ່ກັບສັງຄົມລາວ, ຄົນລາວ ແລະ ລູກຫຼານລາວຕະຫຼອດໄປ. ທັງຍັງເປັນການຜູກແໜ້ນຄວາມສາມັກຄີລະຫວ່າງຄະນະນຳ ວປກ ກັບ ພະນັກງານ
ຄູ-ອາຈານ ໃຫ້ແໜ້ນແຟ້ນ ແລະ ມີຄວາມໝາຍຢ່າງເລິກເຊິ່ງ. ໃນພິທີດັ່ງກ່າວຍັງໄດ້ຈັດຕັ້ງສະແດງສິລະປະສະໝັກຫຼິ້ນຂອງ ວປກ, ອ່ານສານ ອວຍພອນຈາກອົງການຈັດ
ຕັ້ງ ມະຫາຊົນ, ພະນັກງານ, ນັກສຶກສາ, ຈັດຕັ້ງມອບກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເພື່ອເປັນການອວຍພອນວັນສຳຄັນດັ່ງກ່າວນີ້ອີກດ້ວຍ.

     ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 3 ຕຸລາ ທີ່ຜ່ານມາ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ,ຍັງໄດ້ຈັດກິດຈະກຳການແຂ່ງຂັນກີລາເປຕັງມິດຕະພາບ
ລະຫວ່າງ ຄະນະພັກ-ຄະນະບັນຊາ ແລະ ຊ່ຽວຊານ, ຄູ-ອາຈານ ເພື່ອສະເຫຼີມ-ສະຫຼອງເນື່ອງໃນໂອກາດ ວັນຄູ 7 ຕຸລາ ຄົບຮອບ 25 ປີ ໃຫ້ມີບັນຍາກາດເບີກບານມ່ວນ
ຊື່ນ ແລະ ມີຄວາມໝາຍຄວາມສຳຄັນ.