ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດຕັ້ງແຂ່ງຂັນສິລະປະ-ວັນນະຄະດີທົ່ວກອງທັບຄັ້ງທີ V ເຂດແຂ່ງຂັນທີ 1 ແຂວງອຸດົມໄຊ

     ງານແຂ່ງຂັນສິລະປະ-ວັນນະຄະດີສະໝັກຫ້ິຼນທ່ົວກອງທັບຄ້ັງທີ V ເຂດແຂ່ງຂັນທີ I ພາກເໜືອ ໄດ້ໄຂຂ້ຶນຢ່າງເປັນທາງການໃນວັນທີ 5 ຕຸລາ 2018 ນີ້, ຢູ່
ທີ່ສະໂມສອນແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໆອຸດົມໄຊ ປະທານປ້ອງ
ກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ແລະ ໃຫ້ກຽດເຂ້ົາຮ່ວມຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ພັນເອກ ຄຳຍີນ ແສງສຸລີ ຮອງເລຂາພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີບັນດາອົງການ
ຈັດຕັ້ງ, ພະແນກການອະນຸກຳມະການ, ພໍ່ແມ່ປະຊາຊົນຊາວແຂວງອຸດົມໄຊ ແລະ ຄະນະສິລະປະ-ວັນນະຄະດີບັນດາກົມກອງພາກເໜືອເຂົ້າຮ່ວມ.


ທ່ານ ປອ ຄຳພັນ ເຜີຍຍະວົງ ໄຂງານແຂ່ງຂັນສິລະປະ-ວັນນະຄະດີທົ່ວກອງທັບຄັ້ງທີ V ເຂດແຂ່ງຂັນທີ 1 ແຂວງອຸດົມໄຊ

     ໃນພິທີ ພັນເອກ ຄຳຍີນ ແສງສຸລີ ຮອງເລຂາພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຂຶ້ນຜ່ານບົດລາຍງານຜົນການກະກຽມງານແຂ່ງ
ຂັນສິລະປະ-ວັນນະຄະດີທົ່ວກອງທັບ ຄັ້ງທີ V ເຂດແຂ່ງຂັນທີ I ພາກເໜືອ ເຊິ່ງແຂວງອຸດົມໄຊເປັນເຈ້ົາພາບໃນລະຫວ່າງຄ່ຳຄືນຂອງວັນທີ 5-7ຕຸລານີ້, ມີຄະນະສິລະ
ປະ-ວັນນະຄະດີເຂົ້າຮ່ວມທັງໝົດ 18 ຄະນະ, ມາຈາກກອງບັນຊາການທະຫານແຂວງຜ້ົງສາລີ, ຫົວພັນ, ບໍ່ແກ້ວ, ຫຼວງນໍ້າທາ, ໄຊຍະບູລີ, ຫຼວງພະບາງ ແລະ ແຂວງ
ອຸດົມໄຊ, ກົມໃຫຍ່ການເມືອງກອງທັບ, ກົມ 213, ກອງພົນທີ 2, ກອງພົນທີ 3, ກອງພັນໃຫຍ່ 11, ກອງພັນໃຫຍ່ 497, ກອງພັນໃຫຍ່ 643, ວິທະຍາຄານພະ
ລາທິການກອງທັບ, ວິທະຍາຄານກົມມະດຳ, ໂຮງຮຽນນາຍສິບເລກ 1, ໂຮງໝໍບໍລິເວນ 107, ມີຈຳນວນພົນທັງໝົດ 500 ກວ່າຄົນ ແລະ ອະນຸກຳມະການຕັດສິນ
5 ທ່ານ. ຈຸດປະສົງໃນການຈັດງານແຂ່ງຂັນໃນຄ້ັງນ້ີແມ່ນແນໃສ່ປຸກລະດົມຊຸກຍູ້ແນວຄິດຈິດໃຈຂອງພະນັກງານ-ນັກຮົບໃນກອງທັບ ແລະ ປະຊາຊົນບັນດາເຜົ່າໃຫ້
ມີຄວາມເອກອ້າງທະນົງໃຈຕໍ່ຜົນງານໄຊຊະນະ ແລະ ທາດແທ້ມູນເຊື້ອຂອງກອງທັບປະຊາຊົນລາວເຮົາຕະຫຼອດໄລຍະ 70 ປີຜ່ານມາ.

     ໃນໂອກາດັ່ງກ່າວ ທ່ານ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ ກໍໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ, ພ້ອມທັງລັ່ນ
ຄ້ອງ 9 ບາດ ເພື່ອເປັນສັນຍາລັກຂອງການເປີດງານແຂ່ງສິລະປະ-ວັນນະຄະດີທົ່ວກອງທັບ ຄັ້ງທີ V ເຂດແຂ່ງຂັນທີ I ພາກເໜືອຢ່າງເປັນທາງການ.