ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດຮ່ວມໄວ້ອາໄລ ແລະສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍ ໂດ ເມືອຍ

     ໃນຕອນເຊົ້າຂອງວັນທີ 6 ຕຸລາ 2018, ຢູ່ທີ່ສະຖານທູດ ສສ ຫວຽດນາມ ປະຈຳ ສປປ ລາວ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະ
ການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະນຳກະຊວງປ້ອງກັນປະເທດ ແຫ່ງ
ສປປ ລາວ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດໄດ້ເຂົ້າໄວ້ອາໄລ ແລະ ລົງນາມເຊັນປຶ້ມໄວ້ອາໄລສະແດງຄວາມເສົ້າສະຫຼົດໃຈຕໍ່ກັບການຈາກໄປຂອງ
ສະຫາຍ ໂດ ເມືອຍ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າໄວ້ອາໄລແລະ ລົງນາມເຊັນປຶ້ມໄວ້ອາໄລ
ສະແດງຄວາມເສົ້າສະຫຼົດໃຈຕໍ່ກັບການຈາກໄປຂອງສະຫາຍໂດ ເມືອຍ

     ການຈາກໄປຂອງສະຫາຍ ໂດ ເມື່ອຍ ບໍ່ພຽງແຕ່ເປັນການສູນເສຍຜູ້ນຳທີ່ເຄົາລົບຮັກຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ແຕ່ຍັງເປັນການສູນເສຍ
ເພື່ອນມິດສະຫາຍທີ່ໃກ້ຊິດສະໜິດສະໜົມທີ່ສຸດຂອງພັກ-ລັດ, ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າອີກດ້ວຍ.

     ຕະຫຼອດໄລຍະການເຄື່ອນໄຫວປະຕິວັດຂອງສະຫາຍ ໂດ ເມື່ອຍ ໄດ້ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ
ສສ ຫວຽດນາມ ກໍຄືການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ
ຫວຽດນາມ. ໃນນາມສ່ວນຕົວກໍຄືກະຊວງປ້ອງກັນປະເທດຂໍແບ່ງເບົາຄວາມທຸກໂສກ ແລະ ສົ່ງຄວາມເຫັນອົກເຫັນໃຈມາຍັງຄະນະບໍລິຫານງານສູນກາງ
ພັກກອມມູນິດຫວຽດນາມ, ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ໃຫ້ເຖິງດວງວິນຍານຂອງສະຫາຍ ໂດ ເມື່ອຍ
ຈົ່ງໄປສູ່ສຸຄະຕິ.