ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມພົບປະປຶກສາຫາລືລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ກຳປູເຈຍ

     ໃນວັນທີ 5 ກັນຍາ 2017, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ແລະ ທ່ານ ປຣາກ ໂສກົນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ໄດ້ພົບປະປຶກສາຫາລືກັນທີ່ນະຄອນຫຼວງພະນົມເປັນ, ຣາ
ຊະອານາຈັກກຳປູເຈຍ ໂດຍປະຕິບັດຕາມການຕົກລົງຈັດກອງປະຊຸມຂອງສອງນາຍົກລັດຖະມົນຕີລາວ ແລະ ກຳປູເຈຍ ຄັ້ງວັນທີ 1 ກັນຍາ 2017 ທີ່ຜ່ານ
ມາ ທີ່ເຫັນດີເປັນເອກະພາບກັນມອບໝາຍໃຫ້ລັດຖະມົນຕີກະຊວງການຕ່າງປະເທດທັງສອງປະເທດພົບປະປຶກສາຫາລືກັນ ເພື່ອຊອກວິທີທາງໃນການແກ້
ໄຂບັນຫາຊາຍແດນທີ່ຍັງຄົງຄ້າງ ເພື່ອກ້າວໄປສູ່ການປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.


ທ່ານ ສະເຫຼີມໄຊ ກົມມະສິດ ລົງນາມບົດບັນທຶກກອງປະຊຸມ
ພົບປະປຶກສາຫາລືລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ກຳປູເຈຍ

     ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີມາແຕ່ບູຮານນະ
ການລະຫວ່າງສອງປະເທດ ເຊິ່ງສອງຝ່າຍໄດ້ເປັນເອກະພາບກັນກ່ຽວກັບທິດທາງໃນການຈັດຕັ້ງປະຕິບັດວຽກງານ ເພື່ອແກ້ໄຂບັນຫາຊາຍແດນລະຫວ່າງ
ສອງປະເທດທີ່ຍັງຄົງຄ້າງຮ່ວມກັນດັ່ງນີີ້:

     1. ສອງຝ່າຍໄດ້ເປັນເອກະພາບກັນກ່ຽວກັບເນື້ອໃນການຮ່າງຈົດໝາຍໃນນາມນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີກຳປູເຈຍ ເຖິງປະ
ທານາທິບໍດີຝຣັ່ງ ເພື່ອສະເໜີໃຫ້ຝຣັ່ງຊ່ວຍສົ່ງທຸກໆແຜນທີ່ ແລະ ເອກະສານທີ່ກ່ຽວຂ້ອງກັບການກໍານົດເສັ້ນຊາຍແດນລະຫວ່າງ ລາວ-ກຳປູເຈຍ ສະໄໝ
ຝຣັ່ງປົກຄອງໃຫ້ລັດຖະບານສອງປະເທດ ລາວ ແລະ ກຳປູເຈຍ ເພື່ອເປັນພື້ນຖານໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງຮ່ວມກັນ.

     2. ສອງຝ່າຍຕົກລົງເປັນເອກະພາບກັນມອບໝາຍໃຫ້ຄະນະກຳມະການຊາຍແດນສອງຝ່າຍລົງກວດກາພື້ນທີ່ຕົວຈິງໃນເວລາອັນໃກ້ໆ ເພື່ອຮ່ວມກັນ
ແກ້ໄຂຈຸດຄົງຄ້າງຊາຍແດນ 4 ຈຸດ ທີ່ຂຶ້ນກັບແຂວງຈຳປາສັກຂອງ ລາວ ແລະ ແຂວງຊຽງແຕງ ຂອງກຳປູເຈຍ ເພື່ອກ້າວໄປເຖິງການປັກຫຼັກໝາຍຊາຍ
ແດນຮ່ວມກັນໃຫ້ສຳເລັດໂດຍໄວ.

     3. ສອງຝ່າຍໄດ້ເປັນເອກະພາບກັນໃຫ້ຄະນະກຳມະການຊາຍແດນສອງປະເທດມອບໝາຍໃຫ້ຄະນະອະນຸກຳມະ ການເຕັກນິກ ລາວ-ກໍາປູເຈຍ; ກໍາປູ
ເຈຍ-ລາວ ລົງກວດກາຢູ່ພື້ນທີ່ຕົວຈິງບໍລິເວນຈຸດຄົງຄ້າງແກ້ງຕໍໍມໍຄອຍ-ຫ້ວຍຕະເງົາຮ່ວມກັນ ຖ້າຈຸດໃດທີ່ສອງຝ່າຍສາມາດຕົກລົງກັນໄດ້ໃຫ້ປັກຫຼັກໝາຍ
ຊາຍແດນໄປພ້ອມ, ທັງນີ້ເພື່ອກ້າວໄປສູ່ການປັກຫຼັກໝາຍຊາຍແດນຕໍ່ໆໄປ.

     ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນກ່ຽວກັບການສຶກສາຄວາມອາດສາມາດເປັນໄປໄດ້ໃນການປັກຫຼັກໝາຍຖີ່ຮ່ວມກັນໃນຕໍ່ໜ້າ ແລະ
ທັງສອງຝ່າຍໄດ້ລົງນາມບົດບັນທຶກກອງປະຊຸມດັ່ງກ່າວຮ່ວມກັນ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດຕໍ່ໄປ.

     ໝາກຜົນຂອງການປຶກສາຫາລືຂອງລັດຖະມົນຕີກະຊວງການຕ່າງປະເທດສອງປະເທດໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຕໍ່ການພົວພັນ ແລະ
ຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ຖືວ່າເປັນບາດກ້າວສຳຄັນໃນການເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈ ແລະ ການຮ່ວມມື
ກັນໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງໃນຈຸດອື່ນໆທີ່ຍັງເຫຼືອ ເພື່ອເຮັດໃຫ້ເສັ້ນຊາຍແດນກາຍເປັນເສັ້ນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ
ແລະ ການຮ່ວມມືຢ່າງແທ້ຈິງ.