ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການສ້າງຕັ້ງ ແລະ ແຕ່ງຕັ້ງຄະນະອຳນວຍການໂຮງຮຽນທິດສະດີການເມືອງ


ພົນໂທ ປອ ທອງລອຍ ສິລິວົງ ເປັນປະທານພິທີປະກາດສ້າງຕັ້ງແລະປະກາດແຕ່ງຕັ້ງຄະນະອໍານວຍການໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ

     ກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດສ້າງຕັ້ງ ແລະ ປະກາດແຕ່ງຕັ້ງຄະນະອໍານວຍການໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ ໃນວັນທີ 7 ສິງຫາ
2019 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການ
ເມືອງກອງທັບ, ມີຄະນະພັກກະຊວງ, ຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ ແລະ ຕາງໜ້າບັນດາກົມ, ຫ້ອງການເມືອງ ແລະ ວິທະຍາຄານເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ ກໍາມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ວ່າດ້ວຍການສ້າງຕັ້ງໂຮງຮຽນທິດສະດີການເມືອງກອງທັບ (ທຽບເທົ່າກອງພົນ) ຂຶ້ນກັບກົມໃຫຍ່ການເມືອງກອງທັບ, ພ້ອມທັງໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະອໍານວຍການໂຮງຮຽນດັ່ງກ່າວລະອຽດມີຄື: ສະຫາຍ ພັນເອກ ປອ ຄໍາຜາຍ ສະພັງເໜືອ ເປັນຫົວໜ້າການເມືອງໂຮງຮຽນທິດສະດີ
ການເມືອງກອງທັບ, ສະຫາຍ ພັນເອກ ປອ ຄໍາໄພ ຟອງດາລາ ເປັນຫົວໜ້າການທະຫານ, ສະຫາຍ ພັນເອກ ປອ ວິໄລ ເພັດມີໄຊ ເປັນຮອງຫົວໜ້າການເມືອງ ທັງເປັນຫົວ
ໜ້າຫ້ອງການເມືອງໂຮງຮຽນ, ສະຫາຍ ພັນໂທ ປອ ບຸນທັນ ຈັນທະລິມາ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງອົບຮົມ-ກໍ່ສ້າງໂຮງຮຽນ ແລະ ແຕ່ງຕັ້ງ ສະ
ຫາຍ ພັນເອກ ຄໍາພູ ເພັດສັງຄາ ເປັນຮອງຮັບຜິດຊອບວຽກງານພະລາທິການເຕັກນິກ ທັງເປັນຫົວໜ້າຫ້ອງພະລາທິການເຕັກນິກໂຮງຮຽນ.

     ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ກ່າວວ່າ: ການສ້າງຕັ້ງໂຮງຮຽນທິດສະດີການເມືອງກອງທັບ ໃນຄັ້ງນີ້ແມ່ນເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ
ໃຫຍ່ຄັ້ງທີ X ຂອງພັກ, ແນວທາງແຜນນະໂຍບາຍຂອງພັກໃນການປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ມີລະບຽບແບບ ແຜນທີ່ທັນສະ
ໄໝພາຍໃຕ້ການນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກ ເພື່ອກໍ່ສ້າງ ແລະ ບໍາລຸງພະນັກງານໃຫ້ມີຄວາມຮູ້ຄວາມສາມາດດ້ານການນໍາພາບັນຊາ, ມີຄວາມຊຳ
ນິຊໍານານດ້ານສິລະປະຍຸດ-ຍຸດທະວິທີ, ຍຸດທະບັ້ນຮົບ-ຍຸດທະສາດ ແລະ ວິຊາສະເພາະຕ່າງໆ ເພື່ອຮອງຮັບຕໍ່ສະພາບການໃນສະເພາະໜ້າ ແລະ ຍາວນານ, ອີກດ້ານໜຶ່ງ
ແມ່ນເປັນການປັບປຸງເຫຼົ່າຮົບວິຊາສະເພາະການເມືອງໃຫ້ເປັນລະບົບຄົບຊຸດສາມາດເຄື່ອນ ໄຫວວຽກງານໄດ້ໃນທຸກສະຖານະການ.

     ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍໄດ້ມີຄໍາເຫັນຊີ້ນໍາຕໍ່ຄະນະອໍານວຍການໂຮງຮຽນທິດສະດີການເມືອງກອງທັບວ່າ: ເພື່ອພ້ອມກັນເຮັດສໍາເລັດໜ້າ
ທີ່ການເມືອງຂອງໂຮງຮຽນໃນສະເພາະໜ້າ ແລະ ຍາວນານນັ້ນ ກ່ອນອື່ນໝົດຄະນະພັກ-ຄະນະອໍານວຍການໂຮງຮຽນຕ້ອງກໍາແໜ້ນທີີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າ
ທີ່ຄວາມຮັບຜິດຊອບຂອງຕົນ ແລະ ຈັດຕັ້ງເຄື່ອນໄຫວໃຫ້ຖືກຕ້ອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບຢູ່ພາຍໃນ, ປະຕິບັດແບບແຜນວິທີເຮັດວຽກຕາມຫຼັກການ
ລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບຈະແຈ້ງ, ຕັ້ງໜ້າປັບປຸງກໍ່ສ້າງໂຮງຮຽນໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ຖືເອົາ
ຄຸນນະພາບເປັນຕົ້ນຕໍ, ເອົາໃຈໃສ່ວຽກງານກໍ່ສ້າງພັກໃຫ້ຖືກຕ້ອງຕາມທິດນໍາ ແລະ ຫຼັກການຂອງພັກ, ພ້ອມກັນນັ້ນກໍຕ້ອງໄດ້ເອົາໃຈໃສ່ກໍ່ສ້າງ-ບໍາລຸງພະນັກງານຫຼັກແຫຼ່ງ,
ສືບທອດ ແລະ ປ່ຽນແທນໃຫ້ໄດ້ຕາມມາດຖານ, ຕັ້ງໜ້າປະຕິບັດຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມເງື່ອນໄຂ ແລະ ຄວາມ
ສາມາດຕົວຈິງ ແລະ ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດ ຂອງພັກ ໂດຍສະເພາະການເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ
ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນທາງດ້ານບົດຮຽນ ແລະ ປະສົບການຕາມການຕົກລົງຂອງຂັ້ນເທິງ.