ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນສັນຍາການກໍ່ສ້າງອະນຸສອນສະຖານຄຸກກັກຂັງຜູ້ນຳແນວລາວຮັກຊາດ


ພິທີເຊັນສັນຍາ ແລະ ການກໍ່ສ້າງອະນຸສອນສະຖານຄຸກກັກຂັງຜູ້ນຳແນວລາວຮັກຊາດຢູ່ຄ້າຍໂພນເຄັງ

     ໃນວັນທີ 5 ກໍລະກົດ 2019 ນີ້, ຢູ່ທີ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດພິທີເຊັນ ສັນຍາການກໍ່ສ້າງອະນຸສອນສະຖານຄຸກກັກຂັງຜູ້ນຳແນວລາວ
ຮັກຊາດສະໄໝລັດຖະບານຫຸ່ນຂາຍຊາດຢູ່ຄ້າຍໂພນເຄັງຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະ
ຍາສາດ-ປະຫວັດສາດ ການທະຫານ ແລະ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ຕາງໜ້າຈາກຫ້ອງວ່າການກະຊວງປ້ອງກັນປະເທດ, ກົມກໍ່ສ້າງ-ຄຸ້ມຄອງຊັບສິນກົມໃຫຍ່ພະລາທິການ, ທ່ານ ບົວສີ ຈະເລີນ
ສຸກ ພະນັກງານປະຕິວັດອາວຸໂສບຳນານ (ພະຍານປະຫວັດສາດ) ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ກາວິນ ຈັນທະມາດ ຫົວໜ້າພະແນກບໍລິຫານກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນ
ປະເທດ ວ່າດ້ວຍການອະນຸມັດສະຖານທີ່ກໍ່ສ້າງອະນຸສອນສະຖານຄຸກກັກຂັງບັນດາທ່ານຜູ້ນຳຂອງແນວລາວຮັກຊາດສະໄໝລັດຖະບານຫຸ່ນວຽງຈັນຢູ່ຄ້າຍໂພນເຄັງສະ
ບັບເລກທີ 3550/ກປທ ລົງວັນທີ 22/9/2017 ແລະ ຂໍ້ຕົກລົງສະບັບເລກທີ 1478/ກປທ ລົງວັນທີ 22/4/2019 ວ່າດ້ວຍການອະນຸມັດໃຫ້ບໍລິສັດ ສຸພັດທອນ ທີ່ປຶກ
ສາ ແລະ ບໍລິການຄົບວົງຈອນ (SCS) ເປັນຜູ້ຮັບເໝົາກໍ່ສ້າງ, ເຊິ່ງມີມູນຄ່າທັງໝົດ 8,5 ຕື້ກວ່າກີບ, ໃນກຳນົດເວລາກໍ່ສ້າງ 18 ເດືອນ ໃຫ້ສຳເລັດ. ໂຄງການດັ່ງກ່າວ
ຕັ້ງຢູ່ຄ້າຍໂພນເຄັງ (ກະຊວງປ້ອງກັນປະເທດ) ໂດຍມີເນື້ອທີ່ທັງໝົດ 50x100 ແມັດ, ເປັນອາຄານຊັ້ນດຽວ 9x30 ແມັດ, ກໍ່ສ້າງດ້ວຍເບຕົງເສີມເຫຼັກແບບຖາວອນໄດ້
ມາດຕະຖານເນັ້ນຮູບແບບໃຫ້ຄ້າຍຄືກັບຄຸກທີ່ໃຊ້ກັກຂັງບັນດາຜູ້ນຳຂອງແນວລາວຮັກຊາດໃນ ຊຸມປີ 1960.

     ພາຍຫຼັງກໍ່ສ້າງສຳເລັດສະຖານທີ່ດັ່ງກ່າວຈະກາຍເປັນແຫຼ່ງສຶກສາຮຽນຮູ້ ແລະ ຫວນຄືນປະຫວັດສາດແຫ່ງການຕໍ່ສູ້ຢ່າງລະອິດລະອ້ຽວຂ້ຽວຂາດທີ່ສຸດຂອງບັນດາຜູ້
ນຳແນວລາວຮັກຊາດໃນເມື່ອກ່ອນໃຫ້ແກ່ຄົນຮຸ່ນຫຼັງ, ເປັນສະຖານທີ່ທ່ອງທ່ຽວຕິດພັນກັບມູນເຊື້ອຂອງກອງທັບ, ຂອງຊາດ, ເປັນບ່ອນຢັ້ງຢືນເຖິງເຫດການປະຫວັດຄັ້ງ
ສຳຄັນຂອງບັນດາທ່ານຜູ້ນຳແນວລາວຮັກຊາດທີ່ຖືກລັດຖະບານຫຸ່ນຂາຍຊາດວຽງຈັນຈັບມາກັກຂັງໄວ້ໃນຄຸກດັ່ງກ່າວ.

     ໃນຕອນທ້າຍທັງສອງຝ່າຍໄດ້ພ້ອມກັນລົງນາມໃນສັນຍາກໍ່ສ້າງຕາງໜ້າໃຫ້ກະຊວງປ້ອງກັນປະເທດ ໂດຍ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິ
ທະຍາສາດ-ປະຫວັດສາດ ການທະຫານ, ຕາງໜ້າບໍລິສັດຜູ້ຮັບເໝົາກໍ່ສ້າງໂດຍແມ່ນ ທ່ານ ສົມເພັດ ສຸຸພັດທອນ ຜູ້ອຳນວຍການບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິ
ການ ໂດຍຊ້ອງໜ້າ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະນັກງານທີ່ກ່ຽວ
ຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະ ຍານ.