ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜົນສຳເລັດສອງໂຄງການຂຽນປະຫວັດສາດເສັ້ນທາງໂຮ່ຈິມິງ
ເບື້ອງແຜ່ນດິນລາວ ແລະ ບັ້ນຮົບປົດປ່ອຍຊຳທອງ-ລ່ອງແຈ້ງ

     ໂດຍປະຕິບັດຕາມແຜນການຮ່ວມມືຄົ້ນຄວ້າລະຫວ່າງສອງກະຊວງປ້ອງກັນປະເທດ ສປປ ລາວ ແລະ ສສ ຫວຽດນາມ, ກົມ ວິທະຍາສາດ-ປະ
ຫວັດສາດ ການທະຫານ ກອງທັບປະຊາຊົນລາວ ຮ່ວມກັບສະຖາບັນປະຫວັດສາດການທະຫານກະຊວງປ້ອງກັນປະເທດຫວຽດນາມໄດ້ຮ່ວມມືກັນຄົ້ນ
ຄວ້າ 2 ໂຄງການຄື: "ປະຫວັດສາດເສັ້ນທາງໂຮ່ຈິມິງເບື້ອງແຜ່ນດິນລາວ 1960 - 1975" ແລະ " ບັ້ນຮົບປົດປ່ອຍຊຳທອງ-ລ່ອງແຈ້ງ 3 ກຸມພາ-30
ເມສາ 1971", ຜ່ານການຮ່ວມມືຄົ້ນຄວ້າຂຽນ ແລະ ຮຽບຮຽງບັນດາຂໍ້ມູນເຫດການປະຫວັດສາດ ໂດຍແມ່ນພະນັກງານປະຕິວັດອາວຸໂສຜູ້ທີ່ຢູ່ໃນ
ເຫດການຕົວຈິງ ແລະ ຮ່ວມສູ້ຮົບທັງສອງບັ້ນຮົບດັ່ງກ່າວ ເປັນພະຍານປະຫວັດສາດ ແລະ ໃຫ້ຂໍ້ມູນຕາມເຫດການຕົວຈິງ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ໃຫ້ທັດສະນະຕໍ່ກັບຜົນສຳເລັດການຮີບໂຮມຂຽນແລະຮຽບຮຽງເນື້ອໃນຕົວຈິງ
"ປະຫວັດສາດເສັ້ນທາງໂຮ່ຈິມິງເບື້ອງແຜ່ນດິນລາວ 1960 - 1975" ແລະ "ບັ້ນຮົບປົດປ່ອຍຊຳທອງ-ລ່ອງແຈ້ງ 3 ກຸມພາ-30 ເມສາ 1971"

     ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ກອງທັບປະຊາຊົນລາວ ໄດ້ໃຫ້ທັດສະນະວ່າ: ຜົນສຳ
ເລັດຂອງ 2 ໂຄງການນີ້ແມ່ນມີຄວາມໝາຍຄວາມສຳຄັນເພາະມັນນອນໃນຂະບວນການອອກແຮງແຂ່ງຂັນສ້າງຜົນງານຕ້ອນຮັບວັນສ້າງຕັ້ງກອງທັບປະຊາ
ຊົນລາວຄົບຮອບ 70 ປີ ແລະ ນອນຢູ່ໃນໄລຍະທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດພວມຈັດຕັ້ງຜັນຂະຫຍາຍມະຕິກອງປະ
ຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ປາກົດຜົນເປັນຈິງ, ສະນັ້ນ, ເມື່ອທັງສອງໂຄງການໄດ້ຮັບການຈັດພິມ, ມັນບໍ່ພຽງແຕ່ຈະເປັນຜົນງານອັນສຳຄັນຕໍ່ການຄົ້ນ
ຄວ້າວິທະຍາສາດການທະຫານເທົ່ານັ້ນ, ແຕ່ຍັງມີຄວາມໝາຍສຳຄັນອັນເລິກເຊິ່ງທາງດ້ານການເມືອງ-ແນວຄິດ ແລະ ການຄົ້ນຄວ້າຮໍ່າຮຽນປະຫວັດສາດ
ການທະຫານໃນອະນາຄົດອີກດ້ວຍ.

     ບັນດາໂຄງການນີ້, ມັນສ່ອງແສງໃຫ້ເຫັນຢ່າງຈະແຈ້ງ, ສັດຈະວິພາກ, ເປັນລະບົບ ແລະ ມີລັກສະນະສັງຮວມເຫດການປະຫວັດສາດມູນເຊື້ອ, ເປັນ
ການຜັນຂະຫຍາຍ ແລະ ການຜັນແປທີ່ສຳຄັນຕະຫຼອດໄລຍະ 20 ປີແຫ່ງການກໍ່ສ້າງ, ເສີມຂະຫຍາຍ ແລະ ປົກປັກຮັກສາຮ່ອງຮອຍປະຫວັດສາດເສັ້ນທາງ
ໂຮ່ຈິມິງເບື້ອງແຜ່ນດິນລາວ ແລະ ຜ່ານໄລຍະເວລາເກືອບ 3 ເດືອນ ໃນການຕໍ່ສູ້ອັນດຸເດືອດຂ້ຽວຂາດທີ່ສຸດໃນ “ບັ້ນຮົບຊຳທອງ-ລ່ອງແຈ້ງ” ຂອງກອງທັບ
ແລະ ປະຊາຊົນເຮົາພາຍໃຕ້ການນຳພາຂອງພັກ. ໃນຂະນະນັ້ນ, ແຕ່ລະເຫດການສຳຄັນນັ້ນລ້ວນແຕ່ສະທ້ອນໃຫ້ເຫັນຄວາມເປັນຈິງຂອງປະຫວັດສາດ ແລະ
ທາດແທ້ຂອງສົງຄາມຮຸກຮານທຳລາຍຂອງສັດຕູ, ເຊິ່ງມັນສະແດງເຖິງຄວາມສະຫຼາດສ່ອງໃສຂອງພັກປະຊາຊົນລາວ-ພັກແຮງງານຫວຽດນາມໃນການຕໍ່ສູ້,
ທັງສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີຮ່ວມສຳພັນສູ້ຮົບແບບພິເສດຄຽງບ່າຄຽງໄຫຼ່ລະຫວ່າງ 2 ກອງທັບລາວ-ຫວຽດນາມເຊິ່ງໄດ້ກາຍເປັນກຳລັງແຮງ
ອັນມະຫາສານສາມາດຕີເອົາຊະນະຈັກກະພັດຜູ້ຮຸກຮານ ແລະ ລູກແຫຼ້ງຕີນມື, ພ້ອມທັງເປັນການສຶກສາອົບຮົມໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ
ໃນກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ໂດຍສະເພາະແມ່ນສຶກສາອົບຮົມໃຫ້ອະນຸຊົນ-ເຍົາວະຊົນຊາວໜຸ່ມຮຸ່ນສືບທອດພາລະກິດປະຕິ
ວັດ, ຮຽນຮູ້ທາດແທ້ມູນເຊື້ອອັນດີງາມຂອງກອງທັບເຮົາ.

     ທັງສອງເຫດການນີ້ ໄດ້ກາຍເປັນບົດຮຽນອັນລ້ຳຄ່າທາງດ້ານປະຫວັດສາດ, ສາມາດຖອດຖອນບົດ ຮຽນທາງດ້ານສີລະປະຍຸດ, ຍຸດທະວິທີຕີເອົາຊະ
ນະ, ການປະສານສົມທົບລະຫວ່າງສອງກຳລັງປະກອບອາວຸດ, ຄວາມສາມັກຄີີຮ່ວມສຳພັນສູ້ຮົບພາຍໃຕ້ການນຳພາຂອງພັກ, ຄວາມເດັດດ່ຽວຜ່ານຜ່າອຸປະ
ສັກ, ຄວາມເສຍສະຫຼະ, ຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ແລະ ຕັດສິນໃຈຕີເອົາຊະນະສັດຕູຜູ້ຮຸກຮານ.

     ສະນັ້ນ, ຈາກຜົນສຳເລັດຂອງ 2 ໂຄງການດັ່ງກ່າວ ກະຊວງປ້ອງກັນປະເທດໄດ້ຕີລາຄາສູງຕໍ່ໝາກຜົນ ລວມຍອດທາງດ້ານສະຕິປັນຍາ, ຄວາມຮັບຜິດ
ຊອບຂອງຄະນະຊີ້ນຳໂຄງການ ແລະ ພະນັກງານ-ນັກວິຊາການ, ນັກຄົ້ນຄວ້າຕ່າງໆທີ່ໄດ້ເອົາໃຈໃສ່ມີຄວາມດຸໝັ່ນພາກພຽນ, ອົດທົນຜ່ານຜ່າຄວາມຫຍຸ້ງ
ຍາກຕ່າງໆເຮັດໃຫ້ສາມາດຄົ້ນຄວ້າຂີດຂຽນອອກມາເປັນຜະລິດຕະພັນປະຫວັດສາດຢ່າງມີຜົນລຳເລັດ. ໃນນັ້ນໄດ້ມີການຮ່ວມມືກັບວິຊາການປະຫວັດ
ສາດ ສສ ຫວຽດນາມ ເຊິ່ງເພື່ອນໄດ້ໃຫ້ການຊ່ວຍເຫຼືອຢ່າງຈິງໃຈທາງດ້ານສະຕິປັນຍາ, ເຫື່ອແຮງ ແລະ ວັດຖຸ. ພ້ອມກັນນັ້ນ, ພະນັກງານຂັ້ນທ້ອງຖິ່ນ
ຕ່າງໆ ແລະ ນັກປະຕິວັດອາວຸໂສບຳນານ ກໍໄດ້ປະກອບຄຳຄິດຄຳເຫັນ ແລະ ສະໜອງຂໍ້ມູນອັນເປັນປະໂຫຍດໃຫ້ແກ່ໂຄງການດັ່ງກ່າວຢ່າງຫຼວງຫຼາຍເພື່ອ
ເຮັດໃຫ້ວຽກງານຄົ້ນຄວ້າວິທະຍາສາດການທະຫານນັບມື້ນັບທັນສະໄໝ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.