ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບທູດ ສ.ເຊັກ ເຂົ້າຢ້ຽມຂ່ຳນັບ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງ ທ່ານ ມາເຣັກລີບ ຣິກ ກີ ເອກ
ອັກຄະລາດຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ເຊັກ ປະຈຳ ສປປ ລາວ ໃນຕອນແລງຂອງວັນທີ 5 ພຶດສະພາ 2017 ນີ້, ຢູ່ທີ່ກະຊວງ
ປ້ອງກັນປະເທດ ໃນໂອກາດທີ່ທ່ານໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ເຊັກຄົນ
ໃໝ່ ຢູ່ ສປປ ລາວ ພາຍຫຼັງທີ່ໄດ້ຍື່ນສານຕາຕັ້ງຕໍ່ປະທານປະເທດເຮົາຢ່າງເປັນທາງການໃນວັນທີ 4 ພຶດສະພາຜ່ານມາ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບທູດ ສ.ເຊັກ ເຂົ້າຢ້ຽມຂ່ຳນັບ

     ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ທ່ານທູດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາປະຕິບັດ
ໜ້າທີ່ຢູ່ ສປປ ລາວ ເຊິ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງຄວາມສາມັກຄີມິດຕະພາບການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນໃນ
ທຸກຂົງເຂດວຽກງານໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.

     ໂອກາດດຽວກັນ ທ່ານທູດກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະສະໜິດສະໜົມເຕັມໄປດ້ວຍໄມຕີຈິດມິດຕະພາບ
ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດເຮົາ, ພ້ອມດຽວກັນນີ້ ທ່ານຍັງໄດ້ແຈ້ງຈຸດປະສົງ ແລະລາຍງານສະພາບການໂດຍຫຍໍ້ກ່ຽວກັບແຜນການ
ພົວພັນຮ່ວມມື ແລະຊ່ວຍເຫຼືອເຊິ່ງກັນ ແລະກັນຂອງທັງສອງປະເທດພວກເຮົາໃຫ້ທ່ານລັດຖະມົນຕີໄດ້ຮັບຊາບ, ໂດຍມີຫຼາຍຂົງເຂດວຽກງານ, ທັງນີ້ກໍ
ເພື່ອເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງທ່ານ.

     ໃນຕອນທ້າຍ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳເລັດໃນການມາປະຕິບັດໜ້າທີ່ຢູ່ ສປປ ລາວ.