ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບຮັບ-ໜ້າທີ່ຫົວໜ້າກົມ 49 ລະຫວ່າງຜູ້ເກົ່າ ​ແລະ ຜູ້​ໃໝ່


ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຄະນະປະຈຳພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ວັນທີ 5 ມັງກອນ 2021 ນີ້, ຢູ່ທີ່ຫ້ອງປະຊຸມ ກົມ 49, ໄດ້ຈັດພິທີມອບຮັບ-ໜ້າທີ່ລະຫວ່າງ ສະຫາຍ ພັນເອກ ຄຳວົງ ໄຊຍະລາດ ຫົວໜ້າກົມ 49
(ຜູ້ເກົ່າ) ທີ່ພັກຮັບບຳນານ ແລະ ສະຫາຍ ພັນເອກ ອຸດອນ ອ້ວນສັກດາ ຫົວໜ້າກົມ 49 (ຜູ້ໃໝ່), ໂດຍເປັນກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນ
ຕີ ຈັນທອງ ສອນຕະອາດ ຄະນະປະຈຳພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ,
ແຂກຖືກເຊີນ, ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.

     ພິທີຍັງຮັບຟັງການລາຍງານຫຍໍ້ຜ່ານການຈັດຕັ້ງພາລະບົດບາດຂອບເຂດສິດ ແລະ ໜ້າທີ່ ໃນໄລຍະຜ່ານມາ ໄດ້ຕັ້ງໜ້າທຸ້ມເທເຫື່ອແຮງ, ສະຕິປັນຍາ,
ຄວາມຮູ້, ຄວາມສາມາດຂອງຕົນ ປະກອບສ່ວນເຂົ້າໃນໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນໄດ້ຊີ້ນໍາພະນັກງານ-ນັກຮົບຮ່ວມແຮງ
ຮ່ວມໃຈ ພ້ອມກັນປັບປຸງກໍ່ສ້າງກົມກອງ ແລະ ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງດ້ວຍດີຕະຫຼອດມາ. ນັ້ນແມ່ນໝາກ
ຜົນລວມຍອດດ້ານວຽກງານການເມືອງເປັນຫຼັກ ໃຫ້ແກ່ການຈັດຕັ້ງຂັ້ນເທິງກ້າວຂຶ້ນເຮັດສໍາເລັດໜ້າທີ່ລວມທີ່ພັກ-ລັດ, ປະເທດຊາດ ແລະ ປະຊາຊົນມອບ
ໝາຍໃຫ້.

     ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ໂອ້ລົມຫຼາຍບັນຫາສຳຄັນ ໂດຍສະເພາະແມ່ນພະນັກງານຂັ້ນນຳພາ-ບັນຊາ ຕ້ອງຮັບຮູ້ ແລະ ເຂົ້າໃຈກ່ຽວ
ກັບເຫດຜົນໃນການບັນຈຸສັບຊ້ອນໜ້າທີ່ໃໝ່ ພ້ອມເນັ້ນໜັກ ໃຫ້ບັນດາສະຫາຍ ທີ່ຖືກສັບຊ້ອນໜ້າທີ່ໃໝ່ຈົ່ງເອົາໃຈໃສ່ໃນການເປັນເຈົ້າການ ແລະ ເປັນ
ແບບຢ່າງໃນການນຳພາ ແລະ ກຳ ແໜ້ນສະພາບການວຽກງານຮອບດ້ານ, ເອົາໃຈໃສ່ຄົ້ນຄວ້າ ແລະ ກຳນົດບັນດາວຽກງານທີ່ ຕ້ອງປະຕິບັດ, ເຮັດວຽກ
ຕ້ອງມີຈຸດສຸມແບ່ງປັນມອບໝາຍໜ້າທີ່ຢູ່ ໃນຄະນະຢ່າງລະອຽດຈະແຈ້ງຕິດພັນແໜ້ນກັບຫຼັກການລວມສູນ ປະຊາທິປະໄຕ ມີຄວາມສາມັກຄີໃນໝູ່ຄະນະ
ໃຫ້ແໜ້ນແຟ້ນ, ພ້ອມລົງເລິກໃກ້ຊິດ ຕິດແທດກັບບັນດາຂະບວນການຕ່າງໆ ໃນກົມກອງໃຫ້ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນທາງດ້ານທິດສະດີການ
ເມືອງ, ການທະຫານ ແລະ ວິຊາສະເພາະ ເພື່ອຄວາມອາດສາມາດໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ.