ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມລາຍງານຜົນສຳເລັດໂຄງການດັດແປງກະແສໄຟຟ້າ
ລະບົບຖານສົ່ງຈະຫຼວດເບແອັມ 14 ແລະ ເບແອັມ 21

     ວັນທີ 7 ກຸມພາ 2018 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມລາຍງານກ່ຽວກັບຜົນສຳເລັດ
ຂອງໂຄງການດັດແປງກະແສໄຟຟ້າລະບົບຖານສົ່ງຈະຫຼວດເບແອັມ 14 ແລະ ເບແອັມ 21 ຂຶ້ນ ທີ່ວິທະຍາຄານກົມມະດຳ ພາຍໃຕ້ການເຂົ້າຮ່ວມເປັນປະ
ທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ເຊິ່ງມີຄະພັກ-ຄະນະບັນຊາຈາກ
4 ກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາອົງການ, ຂະແໜງການ, ກົມກອງ, ກຳລັງຫຼວງ, ກຳລັງທ້ອງຖິ່ນ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມລາຍງານຜົນສຳເລັດໂຄງການດັດແປງກະແສໄຟຟ້າ
ລະບົບຖານສົ່ງຈະຫຼວດເບແອັມ 14 ແລະ ເບແອັມ 21

     ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຊີ້ໃຫ້ເຫັນວ່າ: ໂຄງການດັດແປງກະແສໄຟຟ້າລະບົບ
ຖານສົ່ງຈະຫຼວດເບແອັມ 14 ແລະ ເບແອັມ 21 ເປັນໂຄງການຂັ້ນກະຊວງປ້ອງກັນປະເທດເປັນຜູ້ຊີ້ນຳ ແລະ ຄຸ້ມຄອງ, ໂດຍມີທ່ານປະທານສະພາວິທະຍາ
ສາດກະຊວງປ້ອງກັນປະເທດເປັນປະທານຊີ້ນຳລວມ, ມີ 10 ກົມກອງເຂົ້າຮ່ວມ ເຊິ່ງໄດ້ມອບເຄື່ອງໝາຍໃຫ້ກົມວິທະຍາສາດ-ປະຫວັດສາດການທະຫານ
ເປັນຜູ້ຈັດຕັ້ງດຳເນີນການຄົ້ນຄວ້າມາເປັນເວລາ 2 ປີ ໂດຍນຳໃຊ້ງົບປະມານຈາກກະຊວງປ້ອງກັນປະເທດ ມູນຄ່າ 977.680.000 ກີບ, ຈຸດປະສົງຄາດ
ໝາຍຂອງໂຄງການດັ່ງກ່າວຕົ້ນຕໍແມ່ນເພື່ອ ສ້າງອຸປະກອນຮັບໃຊ້ໃນການຮຽນ-ການສອນຂອງພາກວິຊາປືນໃຫຍ່ໜ້າດິນ ແລະ ການຫັດແອບຕົວຈິງກ່ຽວ
ກັບຖານສົ່ງຈະຫຼວດເບແອັມ 14 ແລະ ເບແອັມ 21 ໃຫ້ມີຄວາມຊຳນິຊຳນານ, ປະຫຍັດພະລັງເຊື້ອໄຟ, ບໍ່ມີສຽງຮົບກວນເອື້ອອຳນວຍແກ່ການຮຽນ-ການ
ສອນສະດວກ ແລະ ໃນກໍລະນີລົດເປ່ເພ ຫຼື ບໍ່ຕ້ອງການຕິດຈັກກໍສາມາດປັບມູມ, ທິດ ແລະ ຍິງໄດ້ຢ່າງມີປະສິດທິຜົນ.

     ໂອກາດດັ່ງກ່າວ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ໂຄງການຄົ້ນຄວ້າດັດແປງກະແສໄຟຟ້າລະບົບຖານສົ່ງຈະຫຼວດ
ເບແອັມ 14 ແລະ ເບແອັມ 21 ໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງໃນທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ທີ່ພັກ ແລະ ຄະນະນຳກະຊວງປ້ອງກັນປະເທດວາງອອກຢູ່ໃນເງື່ອນໄຂດ້ານໃດດ້ານໜຶ່ງ ຫຼື ທ່າແຮງດ້ານໃດດ້ານໜຶ່ງກ່ຽວກັບການຄົ້ນຄວ້າບັນຫາອັນໃໝ່
ກ່ຽວກັບການພັດທະນາເຕັກໂນໂລຊີວິທະຍາສາດກອງທັບ ເຂົ້າໃນການເຝິກແອບຮໍ່າຮຽນໃນສະເພາະໜ້າ ແລະ ຍາວນານ ເພື່ອເຮັດໃຫ້ກອງທັບເຮົາມີ
ຄວາມອາດສາມາດເຮັດສຳເລັດໜ້າທີ່ການ ເມືອງຂອງຕົນໃນຂັ້ນຕໍ່ໄປ.