ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ເຜີຍແຜ່ດຳລັດຂອງນາຍົກລັດຖະມົນຕີ


ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອີນທະວົງສາ, ກຳມະການຄະນະພັກກະຊວງປ້ອງກັນປະເທດ
ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ ​ເປັນ​ປະທານ

     ໃນທ້າຍເດືອນ ທັນວາ 2020 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເຜີຍແຜ່ ດຳລັດຂອງນາຍົກລັດຖະມົນຕີ, ໂດຍການເປັນປະ
ທານຂອງ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອີນທະວົງສາ, ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວິທະຍາຄານປ້ອງ
ກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄະນະວິຊາຄູ, ຄະນະຮັບຜິດຊອບ, ພະນັກງານ-ນັກຮົບ, ຄູ-ອາຈານ ທົ່ວ
ວິທະຍາຄານເຂົ້າຮ່ວມ.

     ກອງປະຊຸມໄດ້ເຜີຍແຜ່ບັນດາເອກະສານແຈ້ງການຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການເຜີຍແຜ່ດຳລັດ ແລະ ຄຳສັ່ງໃນອົງການ ແລະ ກົມກອງ
ໃຫ້ທົ່ວເຖິງ, ດຳລັດວ່າດ້ວຍການໂຄສະນາເຜີຍແຜ່ນິຕິກຳ, ຄຳສັ່ງວ່າດ້ວຍການກັກ, ການຍຶດ ແລະ ການອາຍັດທືນທີ່ກ່ຽວຂ້ອງກັບການສະໜອງທືນໃຫ້
ແກ່ການ ແຜ່ຜາຍອາວຸດທຳລາຍລ້າງຜານ. ດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍກຸ່ມ ແລະ ສະຫະກອນ, ທັງນີ້, ກໍເພື່ອເຮັດໃຫ້ພະນັກງານທຸກໆສະຫາຍ
ໄດ້ຮັບຮູ້ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດຕາມຈຸດປະສົງ ແລະ ຖືກຕ້ອງກົດລະບຽບຕ່າງໆ ໃນການນຳໃຊ້ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ ຫຼື ການດຳລົງ
ຊີວິດໃຫ້ໄດ້ຮັບຜົນດີ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບປອດໄພ ກໍຄືການປະຕິບັດໜ້າທີ່ວຽກງານຂອງຕົນ ໂດຍສະເພາະກໍແມ່ນເລັ່ງໃສ່
ພະນັກງານທົ່ວ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃຫ້ນຳໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄປຕາມແບບແຜນ ແລະ
ນຳໄປຈັດຕັ້ງເຜີຍແຜ່ໃຫ້ໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິ່ງເພື່ອເປັນການປັບປຸງແບບແຜນດຳລົງຊີວິດ ແລະ ວິທີຄິດໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ, ປອດໄພ
ກວ່າເກົ່າ ແລະ ເກີດປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ຕົນເອງ ແລະ ການຈັດຕັ້ງ, ໂດຍສະເພາະກໍ່ແມ່ນການເຮັດວຽກຢ່າງມີແຜນການ, ການປະຢັດ ມັດທະ
ຍັດ, ການຈັດງານຕ່າງໆ ໃຫ້ມີຄວາມເໝາະສົມກັບເງື່ອນໄຂ ແລະ ສະພາບການ, ຊຸກຍູ້ການສົ່ງເສີມການຜະລິດຂອງປະຊາຊົນ, ອົງການພາກລັດ-ເອກະຊົນ
ແລະ ພາກສ່ວນຕ່າງໆໃຫ້ຫຼາຍຂຶ້ນ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອີນທະວົງສາ ຍັງໄດ້ເນັ້ນໜັກໃຫ້ສືບຕໍ່ຮັກສາມູນເຊື້ອໝາກຜົນຂອງການປະຕິວັດ, ພັດທະນາເສດ
ຖະກິດໃຫ້ມີການຂະຫຍາຍຕົວ, ຄຸ້ມຄອງກົມກອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ພັດທະນາ ແລະ ປັບປຸງການສຶກສາ, ລະບົບສາທາລະນະສຸກໃຫ້ມີ
ຄຸນນະພາບ, ສ້າງພະນັກງານໃຫ້ມີຄວາມເປັນແບບຢ່າງ, ເອົາໃຈໃສ່ ແລະ ມີສະຕິລະວັງຕົວໃນການຕ້ານ ແລະ ສະກັດກັ້ນບັນດາປາກົດການຫຍໍ້ທໍ້, ລວມ
ທັງກົນອຸບາຍຕ່າງໆ ຂອງກຸ່ມຄົນທີ່ບໍ່ຫວັງດີ. ເພື່ອເຮັດໃຫ້ກົມກອງມີທ່າກ້າວ ຂະຫຍາຍຕົວເປັນກ້າວໆ.