ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດໂຮມຊຸມນຸມສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຮອບ 45 ປີ
ແລະ
ວັນຄ້າຍ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ


ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ກະຊວງປ້ອງກັນປະເທດ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ (02 /12 /1975-02 /12/2020) ແລະ ວັນ
ຄ້າຍ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13/ 12/1920-13 /12/2020) ໃນວັນທີ 4 ທັນວາ 2020 ນີ້, ໂດຍການເຂົ້າຮ່ວມ
ຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາກະຊວງ, ພະນັກງານປະຕິ
ວັດອາວຸໂສ-ບໍານານ, ນາຍ ແລະ ພົນທະຫານ ບັນດາກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.

     ໃນພິທີ, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ຍົກໃຫ້ເຫັນວ່າ: ຊາດລາວ ແມ່ນຊາດໜຶ່ງທີ່ມີ ປະຫວັດສາດອັນຍາວນານຫຼາຍພັນປີ ມີມູນເຊື້ອຮັກ
ຊາດອັນດູດດື່ມ ແລະ ພິລະອາດຫານ ໃນການຕໍ່ສູ້ຕ້ານການຮຸກຮານ ໂດຍສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດດັ່ງກ່າວນັ້ນ, ປະຊາຊົນລາວບັນ
ດາເຜົ່າພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລາດອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກ
ກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ສາມາດປົດປ່ອຍປະເທດຊາດ ຢ່າງມີໄຊ ແລະ ສະຖາປະນາສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ
ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

     ພາຍຫຼັງປະເທດຊາດເຮົາ ໄດ້ຮັບການປົດປ່ອຍ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາທົ່ວປວງຊົນລາວ ບັນດາເຜົ່າປະຕິບັດສອງໜ້າທີ່ຍຸດທະສາດຄື:
ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມລະບອບ ປະຊາທິປະໄຕ ປະຊາຊົນ ໄປສູ່ຈຸດໝາຍສັງຄົມນິຍົມນັ້ນ, ຜ່ານການຈັດຕັ້ງປະຕິບັດໄລ
ຍະ 45 ປີ ຄຽງຄູ່ກັບຂໍ້ສະດວກທີ່ເປັນພື້ນຖານ ແລະ ກໍໄດ້ປະສົບຄວາມຫຍຸ້ງຍາກນາໆປະການເຊັ່ນກັນ ຍ້ອນເງື່ອນໄຂດ້ານຕ່າງໆ ພາຍໃນປະເທດ; ມີທັງ
ປະເຊີນກັບກົນອຸບາຍມ້າງເພທໍາລາຍນະໂຍບາຍໃໝ່ຂອງພວກອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ດີທັງປະສົບກັບໄພທໍາມະຊາດຢ່າງຕໍ່ເນື່ອງ, ສິ່ງສໍາຄັນ
ແມ່ນກໍາລັງການຜະລິດ ແລະ ພື້ນຖານໂຄງລ່າງ ກໍຄືວັດຖຸເຕັກນິກໃນທຸກຂົງເຂດວຽກງານ ຍັງຢູ່ໃນລັກສະນະປະຖົມປະຖານກວມອັດຕາສູງ. ແຕ່ພັກເຮົາ
ໄດ້ມີຄວາມສະດຸ້ງໄວ ແລະ ຫັນປ່ຽນໃນການນໍາພາຂອງຕົນໃຫ້ສອດຄ່ອງ ກັບສະພາບຄວາມເປັນຈິງຂອງປະເທດຊາດ ແລະ ສາກົນດ້ວຍ ການວາງແນວ
ທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການທັງມີການປັບປຸງບູລະນະຢ່າງບໍ່ຢຸດຢັ້ງຕະຫຼອດມາ, ອັນໄດ້ເປັນປັດໄຈພື້ນຖານສໍາຄັນໃຫ້ແກ່ການປົກປັກຮັກສາ
ຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດ ໄວ້ໄດ້ຢ່າງໝັ້ນຄົງ, ເສດຖະກິດ-ວັດທະນະທຳ-ສັງຄົມ ມີ
ການຂະຫຍາຍຕົວຕໍ່ເນື່ອງຕາມທິດຫັນເປັນອຸດສາຫະກໍາ-ທັນສະໄໝ, ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າໄດ້ຮັບການເສີມຂະຫຍາຍ ແລະ ເປີດກວ້າງ
ອອກໃນສັງຄົມ, ຄວາມສາມັກຄີເປັນເອກະພາບພາຍໃນຊາດ ນັບມື້ໄດ້ຮັບການປັບປຸງດີຂຶ້ນ, ທີ່ຕັ້ງບົດບາດອິດທິພົນຂອງປະເທດຊາດເຮົາ ໄດ້ຮັບການ
ເຊີດຊູສູງຂຶ້ນໃນເວທີສາກົນ ແລະ ພາກພື້ນ.

     ສໍາລັບຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກອງທັບປະຊາຊົນລາວ
ພາຍໃຕ້ການນຳພາຂອງພັກເດັດດ່ຽວໂດຍກົງ ແລະ ຮອບດ້ານ ໄດ້ວາງແນວທາງປ້ອງກັນຊາດທົ່ວປວງຊົນຮອບດ້ານຕິດພັນ ກັບການພັດທະນາເສດຖະ
ກິດ-ສັງຄົມ ໂດຍຍຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ກອງທັບປະຊາຊົນລາວ ໄດ້ປະກອບສ່ວນຮັບ
ປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ເປັນກໍາລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບ ທົ່ວປວງຊົນ ຮອບດ້ານຂອງພັກຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເດັດດ່ຽວເດີນຕາມແນວ ທາງປ່ຽນແປງ
ໃໝ່ຂອງພັກ, ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມ ຂອງຊາດ, ຂອງກອງທັບປະຊາຊົນລາວ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງ
ໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ, ຮູ້ຈັກອີງໃສ່ກໍາລັງແຮງສັງລວມຂອງທົ່ວປວງຊົນຫັນກໍາລັງລົງສູ່ຮາກຖານຢ່າງແຂງແຮງ, ເຮັດໃຫ້ສະພາບຢູ່ຮາກຖານມີ
ຄວາມສະຫງົບໂດຍພື້ນຖານ ແລະ ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນຕໍ່ກອງທັບປະຊາຊົນລາວ, ພ້ອມ
ກັນເປັນກໍາລັງແຮງທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິ, ການກໍ່ຄວາມບໍ່ສະຫງົບ, ການແຊກຊຶມ ແລະ ເຄື່ອນໄຫວເກາະຜິດ, ບຽດຍືດຕາມຊາຍແດນ
ຂອງອິດທິກໍາລັງປະຕິການໄດ້ຢ່າງທັນການ, ຮັກສາໄດ້ຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເປັນຢ່າງດີ.

     ສະຫາຍ ພົນໂທ ທອງລອຍ ສິລິວົງ ຍັງໄດ້ຍົກໃຫ້ເຫັນມູນເຊື້ອອັນພິລະອາດຫານ ແລະ ປີຊາ ສາມາດຂອງປະທານ ໄກສອນ ພົມວິຫານ, ເຊິ່ງເພີ່ນ
ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກຮົບປະຕິວັດຜູ້ດີເລີດ, ເພີ່ນເປັນຜູ້ນໍາສູງສຸດຂອງການປະຕິວັດ
ລາວທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພີບອັນແຫຼມຄົມ ແລະ ມີນໍ້າໃຈຕໍ່ສູ້ອັນເດັດດ່ຽວ   ໜຽວແໜ້ນ, ເປັນຜູ້ນໍາທີ່ແສນ
ເຄົາລົບຮັກ ຂອງພັກ-ລັດ, ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ ແລະ ມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາ, ແບບ
ແຜນວິທີເຮັດວຽກ ແລະ ການດໍາລົງຊີວິດຂອງ ປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ
ແລະ ພົນລະເມືອງລາວທຸກໆ ຄົນຕະຫຼອດໄປ.

     ພິທີໂຮມຊຸມນຸມສະເຫຼີມສະຫຼອງຍັງໄດ້ມີການສະແດງສິລະປະ-ວັນນະຄະດີ ຈາກກອງສິລະປະກອນກອງທັບ ທີ່ສະແດງໃຫ້ເຫັນ ເຖິງການນຳພາ
ຂອງພັກ-ລັດຕະຫລອດໄລຍະ 45 ປີ ຜ່ານມາໃນການສ້າງສາພັດທະນາປະເທດຊາດ ມີຄວາມຮຸ່ງເຮືອງຈະເລີນກ້າວໜ້າ ແລະ ມີຄວາມສະຫງົບສຸກໂດຍ
ພື້ນຖານ.