ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບວຽກງານຮອບດ້ານ ແລະ ທິດທາງແຜນການຕໍ່ໜ້າ
ພະແນກບໍລິຫານກົມ ວສ-ປສ ການທະຫານ

     ໃນຕອນເຊົ້າວັນທີ 6 ທັນວາ 2016 ນີ້, ຢູ່ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2016
ແລະວາງທິດທາງແຜນການປະຈຳປີ 2017 ຂອງພະແນກບໍລິຫານ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ
ວິທະຍາສາດ-ປະຫວັດສາດ ການທະຫານ, ມີຕາງໜ້າພະແນກການ ພ້ອມດ້ວຍພະນັກງານ-ນັກຮົບທີ່ກ່ຽວຂ້ອງເຂົ້າຮ່ວມ.

                                
                               ພັນເອກ ວິຊຽນ ສີສະອາດ ເປັນປະທານກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2016 ແລະ ວາງທິດທາງແຜນການປະຈຳປີ 2017 ຂອງພະແນກບໍລິຫານ

     ໂອກາດນີ້, ພັນໂທ ບຸນກອງ ຄຳພູ ຮອງພະແນກບໍລິຫານ ກໍໄດ້ສະຫຼຸບວຽກງານຮອບດ້ານປະຈຳປີ 2016 ຂອງພະແນກບໍລິຫານ ເຊິ່ງສະຫາຍໄດ້ສັງ
ເກດຕີລາຄາການເຄື່ອນໄຫວໃນແຕ່ລະດ້ານຄື: ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານນະໂຍບາຍ ແລະວຽກງານວິຊາສະເພາະ ຊຶ່ງພະ
ແນກບໍລິຫານເປັນພະແນກໜຶ່ງທີ່ເປັນເສນາທິການທາງດ້ານວຽກງານຮັບປະກັນໃຫ້ແກ່ກົມໃນການເຄື່ອນໄຫວເຮັດໜ້າທີ່ວຽກງານທັງພາຍໃນນະຄອນ
ຫຼວງ ແລະຕ່າງແຂວງ, ຮັບປະກັນດ້ານສະບຽງອາຫານ, ເຄື່ອງນຸ່ງຫົ່ມ, ນ້ຳມັນເຊື້ອໄຟ, ການສ້ອມແປງ, ບົວລະບັດຮັກສາພາຫະນະ, ການກວດກາ, ຄຸ້ມ
ຄອງຈຳນວນພົນ, ເອົາໃຈໃສ່ເບິ່ງແຍງສຸຂະພາບ, ບົວລະບັດປົກປັກຮັກສາວັດຖຸສິ່ງຂອງຢູ່ພາຍໃນກົມກອງໃຫ້ສະອາດສວຍງາມ ແລະນຳໃຊ້ໄດ້ຍາວນານ.
ໃນໄລຍະ 1 ປີທີ່ຜ່ານມາພະແນກບໍລິຫານມີຄວາມສະຫງົບໂດຍພື້ນຖານ ແລະມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ,
ພະນັກງານ-ນັກຮົບພາຍໃນພະແນກມີແນວຄິດອຸ່ນອຽງ, ທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍ
ຂອງລັດ, ເຊື່ອມຊຶມຄຳສັ່ງຂອງຂັ້ນເທິງເວົ້າລວມ, ເວົ້າສະເພາະແມ່ນພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ກົມກອງມອບໝາຍໃຫ້. ພ້ອມດຽວກັນກໍ
ໄດ້ວາງທິດທາງແຜນການປະຈຳປີ 2017 ບັນດາວຽກງານຂອງແຕ່ລະຂະແໜງການ ທັງນີ້ກໍ່ເພື່ອເຮັດໃຫ້ໜ້າທີ່ວຽກງານມີປະສິດທິຜົນ.

     ພັນເອກ ວິຊຽນ ສີສະອາດ ກໍໄດ້ໂອ້ລົມຊີ້ທິດເຍືອງທາງ ແລະສະແດງຄວາມຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍເຮັດໄດ້ໃນປີຜ່ານມາ ພ້ອມທັງຮຽກ
ຮ້ອງໃຫ້ບັນດາສະຫາຍເອົາໃຈໃສ່ເຮັດວຽກໃນການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະທີ່ຕົນຮັບຜິດຊອບໃຫ້ມີຜົນສຳເລັດສູງ.