ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະກີລາກອງທັບ ສສ ມຽນມາ ເດີນທາງມາແຂ່ງຂັນກີລາມິດຕະພາບຢູ່ປະເທດເຮົາ

     ຄະນະນັກກີລາກອງທັບ ສສ ມຽນມາ ນຳໂດຍ ທ່ານ ພົນຕີ ທູນ ທູນຍີ ຮອງຫົວໜ້າກົມລະບຽບການ, ຫ້ອງການຜູ້ບັນຊາການທະຫານບົກ ສສ ມຽນ
ມາ ໄດ້ເດີນທາງມາແຂ່ງຂັນກີລາມິດຕະພາບ ກັບກອງທັບປະຊາ ຊົນລາວເຮົາ ລະຫວ່າງວັນທີ 5-9 ທັນວາ 2016 ນີ້, ຢູ່ນະຄອນຫຼວງວຽງຈັນ ເພື່ອເປັນ
ການແລກປ່ຽນບົດ ຮຽນດ້ານກີລາຂອງສອງກອງທັບ ແລະເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງກອງທັບລາວ- ມຽນມາ.

                                
                                                       

     ການເດີນທາງມາແຂ່ງຂັນກີລາມິດຕະພາບຂອງຄະນະກີລາກອງທັບ ສສ ມຽນມາ ແມ່ນປະຕິບັດຕາມແຜນການຮ່ວມມືປະຈຳປີ 2016 ຂອງກະຊວງ
ປ້ອງກັນປະເທດ ລາວ-ມຽນມາ ໃຫ້ມີການພັດທະນານັບມື້ດີຂຶ້ນທຽບເທົ່າກັບສາກົນ ທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ
ມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງສອງກອງທັບ ລາວ-ມຽນມາ ໃຫ້ນັບມື້ພັດທະນາຂຶ້ນເປັນກ້າວໆ.

     ໃນການແຂ່ງຂັນກີລາມິດຕະພາບ ພັນເອກ ບຸນເຕົ້າ ທອງມະນີລາ ຮອງຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ ໃຫ້ຮູ້ວ່າ: ການແຂ່ງຂັນກີ
ລາມິດຕະພາບລະຫວ່າງກອງທັບປະຊາຊົນລາວ ແລະກອງທັບ ສສ ມຽນມາ ຈະມີພິທີເປີດ-ປິດໃນວັນທີ 7 ທັນວາ 2016 ນີ້ ທີ່ສະໜາມກີລາໃນຮົ່ມແຫ່ງ
ຊາດ (ຫຼັກ16) ຈະມີການແຂ່ງຂັນໃນ 3 ປະເພດກີລາຄື: ບານສົ່ງ ແລະກະຕໍ້ ແຂ່ງຂັນທີ່ສະໜາມກີລາໃນຮົ່ມແຫ່ງຊາດ(ຫຼັກ16). ສ່ວນເຕະບານຈະແຂ່ງ
ຂັນທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດ (ດົງໂດກ).