ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະບານຈີນຊ່ວຍກໍ່ສ້າງເສັ້ນທາງລຽບຕາມແມ່ນ້ຳຂອງ

     ໃນຕອນບ່າຍວັນທີ 30 ພະຈິກ 2016, ໄດ້ມີພິທີລົງນາມເຊັນສັນຍາໂຄງການກໍ່ສ້າງເສັ້ນທາງແຕ່ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫາບ້ານ
ປາກຫ້ວຍຫຼົງ ເມືອງສິງ ແຂວງຫຼວງນໍ້າທາ ລະຫວ່າງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະກະຊວງການຄ້າຂອງ ສປ ຈີນ, ຕາງໜ້າຝ່າຍລາວຮ່ວມ
ລົງນາມເຊັນສັນຍາ ຄັ້ງນີ້ໂດຍແມ່ນ ທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ຝ່າຍຈີນແມ່ນ ທ່ານ ຫວາງ ຈີ່
ຫຸ່ຍ ທີ່ປຶກສາທູດເສດຖະກິດການຄ້າຂອງ ສປ ຈີນ, ເຊິ່ງມີຄະນະກົມໃຫຍ່, ກົມນ້ອຍ, ຫ້ອງວ່າການກະຊວງ ແລະພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ
ເຂົ້າຮ່ວມ.

                                
                                                                    ທ່ານພົນຕີ ພູວົງ ວົງພົມ ລົງນາມເຊັນສັນຍາເສັ້ນທາງລຽບຕາມເເມ່ນ້ຳຂອງ

     ໂຄງການນີ້ແມ່ນລັດຖະບານແຫ່ງ ສປ ຈີນ ໃຫ້ການຊ່ວຍເຫຼືອລ້າ ເຊິ່ງມີໄລຍະທາງ 22,5 ກິໂລແມັດ, ອອກແບບຕາມມາດຕະຖານເຕັກນິກເປັນ
ເສັ້ນທາງ ຊັ້ນ 3 ຂອງຈີນ ແລະ ຊັ້ນ 4 ຂອງລາວ ປູຢາງອາຊະຟານ ໜ້າທາງກວ້າງ 7 ແມັດ ລວມມູນຄ່າການກໍ່ສ້າງທັງໝົດ 225 ລ້ານຢວນ (ສະກຸນເງິນ
ຈີນ) ຫຼື ປະມານ 268 ຕື້ກວ່າກີບ, ໄລຍະເວລາການກໍ່ສ້າງແມ່ນ 36 ເດືອນ ເຊິ່ງຈະເລີ່ມລົງມືຈັດຕັ້ງປະຕິບັດຢ່າງເປັນທາງການໃນເດືອນ ມັງກອນ 2017
ເປັນຕົ້ນໄປ. ພາຍຫລັງທັງສອງຝ່າຍໄດ້ດໍາເນີນການປຶກສາຫາລືກັນລະອຽດກ່ຽວກັບການຈັດຕັ້ງປະຕິບັດໂຄງການນີ້ ພ້ອມທັງເຫັນດີເປັນເອກະພາບກັນ
ຕາມການກຳນົດສານແລກປ່ຽນຂອງລັດຖະບານ ສປ ຈີນ ແລະສປປ ລາວ.