ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ
ເອກອັກຄະລັດຖະທູດສະຫະລັດອະເມຣິກາ ປະຈຳລາວຄົນໃໝ່

     ໃນວັນທີ 1 ທັນວາ 2016 ນີ້, ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະລັດອະເມຣິກາ
ຄົນໃໝ່ປະຈຳ ສປປ ລາວ.

                                
                                                

     ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດເຮົາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍຕໍ່ນາງ ຣີນາ ບິດເຕີ ທີ່ໄດ້ຖືກແຕ່ງ
ຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະລັດອະເມຣິກາຄົນໃໝ່ປະຈຳ ສປປ ລາວ ເຊິ່ງຈະເປັນການປະກອບ
ສ່ວນເຂົ້າໃນການເສີມສ້າງສາຍພົວພັນ ແລະການຮ່ວມມືລະຫວ່າງ ສປປ ລາວ-ສະຫະລັດອະເມຣິກາ ໃຫ້ມີບາດກ້າວຂະຫຍາຍຕົວ ໂດຍສະເພາະກໍແມ່ນ
ໃນຂົງເຂດວຽກງານຊ່ວຍເຫຼືອໃນການຊອກຄົ້ນຫາລູກລະເບີດທີ່ບໍ່ທັນແຕກໃນປາງສົງຄາມຢູ່ ສປປ ລາວ ແລະການຮ່ວມມືການຊອກຫາສິ່ງເສດເຫຼືອ
ຂອງທະຫານອະເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

     ທ່ານ ນາງ ຣີນາ ບິດເຕີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຂອງທ່ານລັດຖະມົນຕີກະຊວງປ້ອງກັນປະ
ເທດເຮົາ ແລະໃຫ້ຄຳໝັ້ນສັນຍາວ່າຕະຫຼອດໄລຍະທີ່ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນ
ການເສີມສ້າງສາຍພົວພັນ ແລະການຮ່ວມມືລະຫວ່າງສະຫະລັດອະເມຣິກາ-ສປປ ລາວ ໃຫ້ນັບມື້ດີຂຶ້ນ.