ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈູມມາລີ ໄຊຍະສອນ ຢ້ຽມຢາມກອງພັນທີ 2

     ທ່ານ ພົນໂທ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ
ຢ້ຽມຢາມ ແລະພົບປະໂອ້ລົມຕໍ່ນາຍ ແລະພົນທະຫານຢູ່ກອງພັນ ທີ 2 ທີ່ຂຶ້ນກັບກອງ “ຂ 202” ໃນກອງ “ກ 2” ໃນວັນທີ 5 ທັນວາ 2016 ນີ້, ໂດຍ
ໄດ້ຮັບການຕ້ອນຮັບຈາກນາຍ ແລະພົນທະຫານກອງພັນທີ 2 ຢ່າງອົບອຸ່ນ ແລະສົມກຽດ.

                                
                                                  

     ໂອກາດການມາຢ້ຽມຢາມຄັ້ງນີ້ ທ່ານ ພົນໂທ ຈູມມາລີ ໄຊຍະສອນ ກໍໄດ້ພົບປະໂອ້ລົມຕໍ່ຄະນະພັກ-ຄະນະບັນຊາ, ນາຍ ແລະພົນທະຫານຢູ່ທີ່ສະໂມ
ສອນຂອງກົມກອງຢ່າງສະໜິດສະໜົມ ເຊິ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງຍາດມາໄດ້ໃນໄລຍະທີ່ຜ່ານມາໃນຂົງ
ເຂດວຽກງານປັບປຸງກໍ່ສ້າງກົມກອງ, ເຝິກແອບຮໍ່າຮຽນກຽມພ້ອມສູ້ຮົບ ແລະແກ້ໄຂຊີວິດການເປັນຢູ່. ຕັ້ງໜ້າປັບປຸງກຳລັງເຝິກ ແອບຮໍ່າຮຽນການເມືອງ
ການທະຫານກຽມພ້ອມສູ້ຮົບ ແລະສູ້ຮົບໃຫ້ຮັບໄຊຊະນະ. ນອກຈາກນີ້ທ່ານຍັງໄດ້ ທົບທວນຫວນຄືນກ່ຽວກັບມູນເຊື້ອວີລະກຳຂອງກອງພັນທີ 2 ເຊິ່ງ
ເປັນກົມກອງໜຶ່ງທີ່ໄດ້ຮັບນາມມະຍົດເປັນກອງພັນວີລະຊົນ ເຊິ່ງສາມາດສ້າງໄດ້ມູນເຊື້ອໃນຜົນງານອັນດີເດັ່ນໃນການເຄື່ອນໄຫວຕີຕ້ານພວກຈັກກະພັດ
ຜູ້ຮຸກຮານທັງເກົ່າ ແລະໃໝ່ ໂດຍສະເພາະແມ່ນໄດ້ສ້າງວີລະກຳຜ່າວົງປິດລ້ອມຂອງສັດຕູອອກຈາກທົ່ງໄຫຫີນ-ຊຽງຂວາງໄປສູ່ເຂດທີ່ໝັ້ນຢ່າງປອດໄພໃນ
ປີ 1959 ຕະຫຼອດໄລຍະທີ່ຜ່ານມາພະນັກງານ-ນັກຮົບກອງພັນທີ 2 ລ້ວນແຕ່ມີນ້ຳໃຈອົງອາດກ້າຫານຍອມເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນ
ຢ່າງແທ້ຈິງ.