ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະມາຄົມທີ່ປຶກສາທູດທະຫານຕ່າງປະເທດ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

     ໃນຕອນບ່າຍຂອງວັນທີ 1 ທັນວາ 2016 ນີ້, ຢູ່ທີ່ກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ, ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າອວຍພອນຂອງສະມາຄົມທີ່ປຶກສາທູດທະຫານຕ່າງປະເທດປະຈຳ ສປປ ລາວ
ໂດຍມີ 9 ປະເທດຄື: ກຳປູເຈຍ, ໄທ, ອິນໂດເນເຊຍ, ຫວຽດນາມ, ຈີນ, ມາເລເຊຍ, ອະເມຣິກາ, ຣັດເຊຍ ແລະ ມຽນມາ ເຊິ່ງນຳໂດຍ ທ່ານ ພັນເອກ
ອາເບີດບີ ຕິຣັນດາ ທີ່ປຶກສາທູດຝ່າຍທະຫານຂອງອິນໂດເນເຊຍ. ເນື່ອງໃນໂອ ກາດວັນສະຖາປະນາ ສປປ ລາວ ຄົບຮອບ 41 ປີ (ວັນທີ 2 ທັນວາ
1975-ວັນທີ 2 ທັນວາ 2016).

                                
                                        ທ່ານພົນຕີ ອ່ອນສີ ແສນສຸກ ພ້ອມດ້ວຍຄະນະໄດ້ໃຫ້ກຽດ ຕ້ອນຮັບການເຂົ້າອວຍພອນຂອງສະມາຄົມທີ່ປຶກສາທູດທະຫານຕ່າງປະເທດ

     ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການມາອວຍພອນຂອງສະມາຄົມທີ່
ປຶກສາທູດທະຫານຕ່າງປະເທດປະຈຳ ສປປ ລາວ ໃນຄັ້ງນີ້ ແລະສະແດງຄວາມຂອບໃຈຕໍ່ສະມາຄົມທີ່ປຶກສາທູດທະຫານປະຈຳລາວ ທີ່ໃຫ້ຄວາມສຳຄັນ
ຕໍ່ການພົວພັນອັນດີຕໍ່ ກອງທັບປະຊາຊົນລາວ ແລະມັນຍັງເປັນການເສີມຂະຫຍາຍມິດຕະພາບ ແລະການຮ່ວມມືກັບກອງທັບປະຊາຊົນລາວ ເພື່ອພາລະ
ກິດປົກປັກຮັກສາສັນຕິພາບພາຍໃນພາກພື້ນ ແລະໃນໂລກໃຫ້ມີສະຖຽນລະພາບທີ່ໝັ້ນຄົງຕະຫຼອດໄປ.