ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນຳພັກ-ລັດຂັ້ນສູງວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ

     ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 41 ປີ (2 ທັນວາ 1975-2 ທັນວາ 2016) ການນຳ
ພັກ-ລັດຂັ້ນສູງ ນຳໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍບັນ
ດາສະຫາຍໃນຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ເຂົ້າວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ ໃນຕອນເຊົ້າຂອງວັນທີ 2 ທັນວາ
2016 ນີ້.

                                
                                                   

     ການເຂົ້າວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມຂອງການນຳພັກ-ລັດຂັ້ນສູງໃນຄັ້ງນີ້ ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກກະຕັນຍູ
ຮູ້ບຸນຄຸນ ແລະອາໄລອາວອນຢ່າງສຸດຊຶ້ງເຖິງດວງວິນຍານ ຂອງບັນພະບູລຸດ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະປະຊາຊົນບັນດາເຜົ່າທີ່ໄດ້ຕໍ່ສູ້ກູ້ຊາດ
ແລະເສຍສະຫຼະຊີວິດເລືອດເນື້ອຢ່າງພິລາອາດຫານພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະສະ
ຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ເປັນຕົ້ນມາ.

     ນອກຈາກຄະນະບໍລິຫານງານສູນກາງພັກແລ້ວ ຍັງມີພວງມາລາຈາກສະພາແຫ່ງຊາດ, ຄະນະລັດຖະບານ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນ
ຄວາມສະຫງົບ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຄະນະພັກອຳນາດການປົກຄອງນະຄອນຫຼວງວຽງຈັນ ແລະຄະນະພັກອຳນາດການປົກຄອງເມືອງໄຊ
ເຊດຖາ ກໍເຂົ້າຮ່ວມຕາມລຳດັບ.

     ຫຼັງຈາກສຳເລັດການວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມແລ້ວ ແຕ່ລະຄະນະຍັງສືບຕໍ່ໄປວາງກະຕ່າດອກໄມ້ຢູ່ທີ່ຫໍພິພິທະພັນປະທານ ໄກ
ສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທັງນີ້ກໍເພື່ອເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນ ແລະລະນຶກເຖິງຄຸນງາມ
ຄວາມດີທີ່ເພິ່ນໄດ້ອຸທິດໃຫ້ແກ່ປະເທດຊາດ ແລະປະຊາຊົນຕະຫຼອດໄລຍະທີ່ຜ່ານມາ.