ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ຜູ້ແທນຄັ້ງ ທີ II ອົງຄະນະພັກ ວິທະຍາຄານເຕັກນິກການທະຫານ


     ກອງປະຊຸມໃຫຍ່ຜູ້ແທນຄັ້ງ ທີ II ຂອງອົງຄະນະພັກ ວິທະຍາຄານເຕັກນິກການທະຫານ ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ ນີ້ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ
ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກ ກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຜູ້ແທນສົມບູນ ແລະ ແຂກຮັບເຊີນຈາກພາກສ່ວນ
ຕ່າງໆເຂົ້າຮ່ວມ.

     ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ທັງສອງພາກທີ່ສະເໜີໂດຍ ສະຫາຍ ພັນເອກ ສີສະໝອນ ໂນລະສິນ ຮອງເລຂາຄະນະພັກ, ຫົວໜ້າ ການທະຫານ
ວິທະຍາຄານ ດັ່ງກ່າວ, ບົດລາຍງານ ການເມືອງໄດ້ ຕີລາຄາຄືນພາວະວິໄສຕໍ່ຜົນງານການເຄື່ອນໄຫວຊີ້ນໍາ-ນໍາພາວຽກງານຮອບດ້ານຂອງ ອົງຄະນະພັກໃນໄລຍະ 5 ປີ
ຜ່ານມາຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກກໍຄື ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກວິທະຍາຄານ ເຮັດໃຫ້ທົ່ວ
ກົມກອງມີຄວາມໜັກແໜ້ນທາງ ດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງສາມາດຮັບປະກັນເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງໃນການກໍ່ສ້າງ-
ບໍາລຸງ ນັກວິຊາສະເພາະເຕັກນິກການທະຫານ ສະໜອງໃຫ້ແກ່ກຳລັງຫຼວງ-ກຳລັງ ທ້ອງຖິ່ນໃນທົ່ວກອງທັບ, ຄະນະພັກຍາມໃດກໍໄດ້ເອົາໃຈໃສ່ ຍົກລະດັບຄຸນນະພາບ
ການຮຽນ-ການສອນ ຂອງຄູ-ອາຈານ ແລະ ນັກຮຽນໃນທຸກເປົ້າໝາຍໃຫ້ນັບມື້ດີຂຶ້ນ, ວີທິການສິດສອນກໍໄດ້ຮັບການປັບປຸງແບບໃໝ່ມີລັກສະນະວິທະຍາສາດ ແທດ
ເໝາະກັບສະພາບຄວາມເປັນຈິງຂອງຍຸກສະໄໝ, ເຮັດໃຫ້ການປະເມີນຜົນການຮຽນມີຄຸນນະພາບດີຂຶ້ນເລື້ອຍໆ ແລະ ໄດ້ສຳເລັດການບໍາລຸງກໍ່ສ້າງລະບົບຕ່າງໆເຊັ່ນ: ບຳ
ລຸງວຽກງານເສນາເຕັກນິກ 2 ຊຸດ, ກໍ່ສ້າງເຕັກນິກລົດການທະຫານ ລະດັບອະນຸປະລິນຍາໄດ້ 4 ຊຸດ, ກໍ່ສ້າງລະບົບຊັ້ນກາງເຕັກນິກຍຸດໂທ 5 ຊຸດ, ເຕັກນິກລົດການທະ
ຫານ 5 ຊຸດ, ຖັນແຖວຄູອາຈານກໍໄດ້ເອົາໃຈໃສ່ ຄົ້ນຄວ້າກວດແກ້, ຮຽບຮຽງບົດວິທະຍາສາດຕ່າງໆ ແລະ ແຕ່ງບົດສອນໄດ້ທັງໝົດ 898 ບົດ, ສໍາເລັດການສ້າງຫຼັກ
ສູດກໍ່ສ້າງປະລິນຍາຕີເຕັກນິກລົດ, ເຕັກນິກຍຸດໂທ ແລະ ເປີດຮຽນເປັນທາງການສົກຮຽນ 2018-2019, ໄດ້ເອົາໃຈໃສ່ຄຸ້ມຄອງການປະຕິບັດຂໍ້ກຳນົດລະບຽບຂອງນັກ
ຮຽນຢ່າງເຂັ້ມງວດ, ກວດກາການຂຶ້ນຫ້ອງ-ລົງຫ້ອງ, ການຄົ້ນຄວ້າຮໍ່າຮຽນ, ທັດສະນະການອອກແຮງງານ, ເພີ່ມພູນຜະລິດຜົນ, ຄວາມຫ້າວຫັນປະກອບສ່ວນເຂົ້າຮ່ວມ
ຂະບວນການຕ່າງໆ ຢ່າງແທດເຖິງ, ໄດ້ຈັດກອງປະຊຸມສະພາວິທະຍາສາດ ເພື່ອຄົ້ນຄວ້າ, ຮັບຮອງບັນດາເອກະສານລະບົບກໍ່ສ້າງປະລິນຍາຕີໃຫ້ 2 ຂະແໜງການ, ແປ
ເອກະສານທີ່ຊ່ຽວຊານ ຫວຽດນາມ ມາຊ່ວຍສ້າງໄດ້ 68 ສະບັບ. ນອກຈາກວຽກງານດັ່ງກ່າວ ຄະນະພັກກໍຍັງໄດ້ເອົາໃຈໃສ່ຕໍ່ວຽກງານອົບຮົມ ຫັດແອບປັບປຸງລະບຽບ
ແບບແຜນ, ວຽກງານປັບປຸງກໍ່ສ້າງກຳລັງທາງດ້ານ ການເມືອງແນວຄິດ ແລະ ການຈັດຕັ້ງ, ວຽກງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານນະ
ໂຍບາຍ-ປະກັນສັງຄົມ, ວຽກງານຮັບປະກັນ ດ້ານຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ຂົງເຂດວຽກງານອື່ນໆ. ປັດຈຸບັນອົງ ຄະນະພັກວິທະຍາຄານປະກອບມີ 2
ຄະນະພັກຮາກຖານ, 11 ໜ່ວຍພັກເອກະລາດ ແລະ 7 ໜ່ວຍ ພັກຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 389 ສະຫາຍ, ສາມາດຕີລາຄາຄຸນນະພາບການ
ນໍາພາ ຂອງພັກສົກ 2018-2019 ມີ 9 ໜ່ວຍພັກໄດ້ຖືກຮັບຮອງເປັນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຈໍານວນສະມາຊິກພັກແຂງ ກວມເອົາ 72,75%, ສະ
ມາຊິກພັກກາງກວມເອົາ 24,68% ແລະ ບໍ່ໄດ້ ຈັດປະເພດກວມເອົາ 2,31%.

     ໃນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະພັກຊຸດໃໝ່ ມີ 13 ສະຫາຍ, ຄັດເລືອກໄດ້11 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາ ສະຫາຍ ພັນເອກ
ສິງຄຳ ເທບວົງສິມ ເປັນເລຂາ, ສະຫາຍ ພັນເອກ ສະໝອນ ໂນລະສິນ ເປັນຮອງເລຂາ, ສະຫາຍ ພັນໂທ ຈັນສະໝອນ ລັດສະໄໝ ເປັນປະທານກວດກາ ແລະ ສະຫາຍ ພັນ
ເອກ ທອງສອນ ຕູໄຊລີຢາ, ສະຫາຍ ພັນໂທ ພອນສະຫວັນ ຣາມະອອງ, ສະຫາຍ ພັນໂທ ພູທອນຄຸນລີວົງ, ສະຫາຍ ພັນໂທ ສຸດໃຈ ລືໄຊສົມບັດ, ສະຫາຍ ພັນໂທ ວຽງ
ຄໍາຫຼ້າ ແພງປັນຍາ, ສະຫາຍ ພັນໂທ ຈັນທອງ ພົມຂັນໄຊ, ສະຫາຍ ພັນໂທ ຄຳເຜີຍ ທໍາມະນີວົງ ແລະ ສະຫາຍ ພັນໂທ ບຸນທະວີ ສີວິໄລ ເປັນກຳມະການ ພ້ອມດຽວກັນ
ນັ້ນກໍໄດ້ຄັດເລຶອກເອົາຜູ້ແທນ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄະນະພັກຂັ້ນເທິງໄດ້ ຕາມລະດັບຄາດໝາຍ.

     ໂອກາດດັ່ງກ່າວຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການ ຄະນະປະຈຳພັກກະຊວງ,ຮອງລັດຖະມົນຕີ ກະຊວງປ້ອງ
ກັນປະເທດ ເພື່ອເປັນທິດນຳ ແລະ ບ່ອນອີງແນໃສ່ເຮັດໃຫ້ການເຄື່ອນໄຫວຊີ້ນຳ-ນຳພາຂອງຄະນະພັກຕໍ່ໜ້າທີ່ ການເມືອງ ທີ່ໄດ້ຮັບມອບໝາຍໃນຕໍ່ໜ້າໃຫ້ໄດ້ຮັບໝາກຜົນ
ດີກວ່າເກົ່າ.