ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນສ້າງຕັ້ງ ກອງບັນຊາການທະຫານ ແຂວງ ຊຽງຂວາງ ຄົບຮອບ 60 ປີ


     ໃນຕອນເຊົ້າຂອງ ວັນທີ 4 ຕຸລາ ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດພິທີໂຮມ ຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງ ກອງບັນຊາການທະຫານແຂວງ
ຊຽງຂວາງ ຄົບຮອບ 60 ປີ (5 ຕຸລາ 1959-5 ຕຸລາ 2019) ຢ່າງຄຶກຄື້ນ. ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ,
ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ທ່ານ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ, ເຈົ້າແຂວງໆ ຊຽງຂວາງມີ ຄະນະພັກ-ຄະ
ນະບັນຊາທະຫານແຂວງ, ປກສ ແຂວງ, ພະນັກງານປະຕິວັດອາວຸໂສ, ຕົວແທນວີລະຊົນນັກຮົບແຂ່ງຂັນ, ແຂກຖືກເຊີນ, ອຳນາດການປົກຄອງ, ນາຍ ແລະ ພົນທະຫານ
ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ຂັນທອງ ວົງອຳຄາ ຫົວໜ້າ ການເມືອງ ກອງບັນຊາການທະຫານ ແຂວງຊຽງຂວາງ ໄດ້ຂຶ້ນກ່າວປາໄສທົບທວນຄືນ ປະຫວັດມູນເຊື້ອອັນສະ
ຫງ່າອົງອາດແຫ່ງການສ້າງຕັ້ງ ແລະ ກໍ່ສ້າງກຳລັງປະກອບອາວຸດທ້ອງຖິ່ນ ແຂວງ ຊຽງຂວາງ ໃນພາລະກິດຕໍ່ສູ້ກູ້ຊາດອັນພິລະອາດຫານ ສ້າງໄດ້ຜົນງານອັນໃຫຍ່ຫຼວງ, ເຊິ່ງ
ມີບາງຕອນ ສະຫາຍ ກ່າວວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ການປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງກຳລັງ
ປະກອບອາວຸດທ້ອງຖິ່ນ ແຂວງຊຽງຂວາງ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນ ວັນທີ 5 ຕຸລາ 1959 ຢູ່ ບ້ານຫ້ວຍຟອງ ເມືອງກີ່ເຊີນ ແຂວງເຫງະອານ ສສຫວຽດ
ນາມ, ໂດຍແມ່ນ ທ່ານ ສົມຫວັງ ຕາງໜ້າໃຫ້ ກອງບັນຊາການທະຫານສູງສຸດ ກອງທັບລາວ ອິດສະຫຼະໃນເວລານັ້ນ, ເປັນຜູ້ປະກາດສ້າງຕັ້ງໂດຍໄດ້ເຕົ້າໂຮມກຳລັງມາ
ຈາກໜ່ວຍກອງຫຼອນເປັນກອງໂຄສະນາປະກອບອາວຸດ ທີ່ຍັງອ່ອນນ້ອຍໂດຍແມ່ນ ທ່ານ ຄຳປານ ເປັນ ຫົວໜ້າ ການທະຫານ, ທ່ານ ຄຳຕາ ດວງທອງລາ ເປັນ ຫົວໜ້າ
ການເມືອງ ແລະ ທ່ານ ອຸດົມ ຂັດຕິຍະ ເປັນຮອງ ການເມືອງ, ທັງປັບປຸງກໍ່ສ້າງກຳລັງທັງເຄື່ອນໄຫວສູ້ຮົບ ຢູ່ຫຼາຍເຂດຂອງ ແຂວງຊຽງຂວາງ ເຊັ່ນ: ເມືອງໜອງແຮດ, ເມືອງ
ພ່າງ-ເມືອງ ງານ, ລ້ອງໂມ້ ແລະ ຈຸດອື່ນໆ, ມີການປະສານສົມທົບກັບທະຫານອາສາສະໝັກຫວຽດ ນາມເຄື່ອນໄຫວຕີສັດຕູຜ່ານຜ່າຄວາມຫຍຸ້ງຍາກລຳບາກ ໃນແປວໄຟ
ສົງຄາມຕໍ່ສູ້ກູ້ຊາດອັນຢືດເຍື້ອຍາວນານ, ທັງຂົນຂວາຍປະຊາຊົນທັງເຄື່ອນໄຫວຕີສັດຕູ, ເຊິ່ງບັນດາບັ້ນຮົບສຳຄັນທີ່ກຳລັງປະກອບອາວຸດທ້ອງຖິ່ນ ແຂວງຊຽງຂວາງ ໄດ້
ເຂົ້າຮ່ວມມີ: ບັ້ນຮົບປົດປ່ອຍທົ່ງໄຫຫີນປີ 1961 ບັ້ນຮົບທະນົງກຽດ ປີ 1965, ບັ້ນຮົບປົດປ່ອຍ ເມືອງສຸຍ ປີ 1969, ບັ້ນຮົບກູ້ກຽດປີ 1969-1970, ບັ້ນຮົບປົດປ່ອຍຊຳ
ທອງ, ລ້ອງແຈ້ງ ປີ 1970-1972 ແລະ ອື່ນໆ. ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍໃນໄລຍະປີ 1975-1985 ກໍໄດ້ເຂົ້າຮ່ວມບັ້ນຮົບກວດລ້າງ ທະຫານເສດເຫຼືອ
ວ່າງປາວຢູ່ຫຼາຍຈຸດຂອງ ແຂວງ, ທຳລາຍຈຸດລີ້ຊ່ອນຂອງສັດຕູ ຢ່າງເປັນເຈົ້າການ ແລະ ພິລະອາດຫານ, ເຂົ້າຮ່ວມໃນການພັດທະນາ ເສດຖະກິດ-ສັງຄົມ ແກ້ໄຂຊີວິດການ
ເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນຕາມແນວທາງປ່ຽນແປງໃໝ່ຂອງພັກ.

     ໃນໄລຍະຊຸມປີຜ່ານມານີ້, ກຳລັງທະຫານ ແຂວງ ຊຽງຂວາງ ກໍໄດ້ຕັ້ງໜ້າຫັນລົງກໍ່ສ້າງຮາກຖານການເມືອງ ຢ່າງແຂງແຮງຊ່ວຍເຫຼືອປະຊາຊົນ ແລະ ອຳນາດການປົກ
ຄອງຢູ່ຂັ້ນຮາກຖານ ມີຄວາມສະຫງົບໂດຍພື້ນຖານ. ຖັນແຖວນາຍ ແລະ ພົນທະຫານໄດ້ຮັບການກໍ່ສ້າງ, ເຝິກຝົນຫຼໍ່ຫຼອມໃນສະໜາມຮົບ ແລະ ພຶດຕິກຳວຽກງານຕົວຈິງ
ເຮັດໃຫ້ກຳລັງທະຫານ ແຂວງຊຽງຂວາງ ມີຄວາມເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

     ຂ່າວໃຫ້ຮູ້ອີກວ່າ: ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງ ກອງບັນຊາການທະຫານແຂວງຊຽງຂວາງ ຄົບຮອບ 60 ປີນີ້, ການນຳ ແຂວງຊຽງຂວາງ ນຳໂດຍ ສະ
ຫາຍ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ, ເຈົ້າແຂວງໆ ຊຽງຂວາງ ພ້ອມດ້ວຍ ຄະນະພັກ-ຄະນະກອງບັນຊາການທະຫານແຂວງ, ພະນັກງານການນຳອ້ອມຂ້າງອົງການ
ປົກຄອງ ແຂວງ ໄດ້ເຂົ້າວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ ຂອງ ແຂວງ ແລະ ຈາກນັ້ນກໍໄດ້ວາງກະຕ່າດອກໄມ້ຢູ່ທີ່ອານຸສອນສະຖານ ປະທານ ໄກສອນ
ພົມວິຫານ ແລະ ອານຸສອນສະຖານ ທ່ານ ພູມີ ວົງວິຈິດ ເພື່ອສະແດງເຖິງຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນໃນຄຸນງາມຄວາມດີ ແລະນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງຜູ້
ນຳການປະຕິວັດໃນພາລະກິດຕໍ່ສູ້ກູ້ຊາດໄລຍະຜ່ານມາ.