ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວິທະຍາສາດ-ປະຫວັດສາດ ການທະຫານ ເຂົ້າອວຍພອນທີ່ປຶກສາ
ທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ
ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ສົດເຂົ້າອວຍພອນ

     ວັນທີ 2 ກັນຍາ 2020 ນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາ ສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ພ້ອມດ້ວຍ
ຄະນະໄດ້ນຳເອົາກະຕ່າດອກໄມ້ສົດເຂົ້າອວຍພອນພະນັກງານ-ນັກຮົບ ປະຈຳຢູ່ຫ້ອງການ ທີ່ປຶກສາທູດປ້ອງກັນຊາດ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ປະຈຳລາວ
ເນື່ອງໃນໂອກາດວັນຊາດ ຫວຽດນາມ ຄົບຮອບ 75 ປີ ໂດຍໃຫ້ການຕ້ອນຮັບຂອງສະຫາຍ ພັນເອກ ຕາວັນທ້າຍ ທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ
ພ້ອມດ້ວຍຄະນະ.

     ໃນໂອກາດນີ້, ສະຫາຍ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ຕາງໜ້າໃຫ້ ພະນັກງານ-ນັກຮົບທົ່ວກົມໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະ
ຄຳອວຍພອນໄປຍັງພັກ-ລັດຖະບານ ແລະ ກະຊວງປ້ອງກັນປະເທດ ສສ ຫວຽດ ນາມ ແລະ ພະນັກງານນັກຮົບຜູ້ປະຈຳການຢູ່ຫ້ອງການທີ່ປຶກສາ ທູດປ້ອງກັນຊາດ ຫວຽດ
ນາມ ປະຈຳ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງປະສົບຜົນສຳເລັດໃນໜ້າທີ່ການງານທີ່ພັກ-ລັດ ແລະ ປະເທດຊາດມອບໝາຍໃຫ້. ພ້ອມກັນສືບຕໍ່ມູນເຊື້ອຄວາມສາມັກ
ຄີພິເສດລະຫວ່າງສອງຊາດ, ສອງກອງທັບໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ. ໂອກາດນີ້ ສະຫາຍ ທີ່ປຶກສາທູດປ້ອງກັນຊາດ ຫວຽດນາມ ປະຈຳ ລາວ ກໍໄດ້ສະແດງ
ຄວາມຂອບໃຈມາຍັງ ກະຊວງປ້ອງກັນປະເທດລາວ ໂດຍສະເພາະ ກົມວິທະຍາສາດ-ປະຫວັດສາດ ການທະຫານ ເຊິ່ງຍາມໃດກໍເປັນຫ່ວງເປັນໄຍ ມາຢ້ຽມຢາມຖາມຂ່າວ
ແລະ ພ້ອມກັນປຶກສາຫາລືຖອດຖອນບົດຮຽນຮ່ວມກັນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການພົວພັນຮ່ວມມືກັບອົງການທີ່ກ່ຽວຂ້ອງ ໂດຍ ສະເພາະກົມ ວິທະຍາສາດ-ປະ
ຫວັດສາດ ການທະຫານ ກັບ 4 ອົງການສະຖາບັນຂອງ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໃຫ້ນັບມື້ນັບດີຂຶ້ນອວຍພອນໃຫ້ສາຍພົວພັນສອງຊາດສອງກອງທັບ
ຈົ່ງສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນພິເສດການຮ່ວມມືຮອບດ້ານຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.

     ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ສະຫາຍ ພັນເອກ ບຸນເຈີ ຄຳມະວົງ ຄະນະພັກ ກອງບັນຊາການ, ຫົວໜ້າຫ້ອງພະລາທິການທະຫານ ນະຄອນຫຼວງວຽງຈັນ ພ້ອມຄະນະ
ກໍໄດ້ນຳເອົາກະຕ່າຂອງຂວັນເຂົ້າໄປອວຍພອນຢູ່ຫ້ອງ ການທີ່ປຶກສາທູດ ປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບ
ຮອບ 75 ປີ ເຊັນດຽວກັນ.