ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ ກະຊວງປ້ອງກັນປະເທດ ລົງຕິດຕາມກວດກາຄວາມຄືບໜ້າ
ຂອງໂຄງການທາງລົດໄຟ ລາວ-ຈີນ


     ໃນວັນທີ 4 ກັນຍາ 2020 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ
ໄດ້ລົງຕິດຕາ ກວດກາຄວາມຄືບໜ້າຂອງໂຄງການທາງລົດໄຟ ລາວ-ຈີນ ຢູ່ບ້ານ ສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສິນລະວົງ ຄຸດໄພທູນ
ກໍາມະການກົມການເມືອງສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ມີລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະ
ຫງົບ, ອົງການກວດສອບລັດຖະບານ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເຂົ້າຮ່ວມ.

     ສະຫາຍ ຊ່ຽວ ຊຽນເຫວີນ ອໍານວຍການໃຫຍ່ ບໍລິສັດລົດໄຟ ລາວ-ຈີນ ຈໍາກັດໄດ້ລາຍງານ ໂດຍຫຍໍ້ກ່ຽວກັບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ວ່າ: ສໍາລັບທາງ
ລົດໄຟ ລາວ-ຈີນ ຊ່ວງບໍ່ເຕ່ນຫານະຄອນຫຼວງວຽງຈັນ, ຈາກພາກເໜືອເລີ່ມຈາກຊາຍແດນບໍ່ເຕ່ນຜ່ານແຂວງຫຼວງນ້ໍາທາ, ນະຄອນຫຼວງພະບາງ, ແຂວງວຽງຈັນ ຈົນຮອດ
ນະຄອນຫຼວງວຽງຈັນ. ລວມຄວາມຍາວ ທັງໝົດ 422.4 ກິ ໂລແມັດ, ເປັນເສັ້ນທາງລົດໄຟ ດ່ຽວຊັ້ນ 1, ອອກແບບມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ. ໃຊ້ເວລາກໍ່
ສ້າງ 5 ປີ, ເລີ່ມລົງມືກໍ່ສ້າງຢ່າງເປັນທາງການໃນ ວັນທີ 25 ທັນວາ 2016 ຄາດວ່າຈະໃຫ້ສໍາເລັດໃນ ວັນທີ 2 ທັນວາ 2021. ໃນນີ້, ສະພາບຄວາມຄືບໜ້າຂອງໂຄງ
ການຊ່ວງບໍ່ເຕ່ນ ຫາ ນະຄອນຫຼວງວຽງຈັນ. ວຽກດິນສໍາເລັດແລ້ວ 91%, ວຽກການຖົມດິນສະຖານີ, ໄຟຟ້າ ແລະ ອາຄານສະຖານີໄດ້ເລີ່ມກໍ່ສ້າງແລ້ວ. ວຽກພື້ນທາງລົດ
ໄຟສໍາເລັດ 98,1%, ວຽກກໍ່ສ້າງຂົວສໍາເລັດ 81,4%, ອຸມົງ ມີ 75 ແຫ່ງ ແລະ ສາມາດເຈາະທະລຸແລ້ວ 72 ແຫ່ງ. ການຂຸດເຈາະອຸມົງສໍາເລັດແລ້ວ 99,8%, ຍັງພຽງອຸ
ມົງທີ່ຍາວທີ່ສຸດຍັງເຫຼຶອຄວາມຍາວ 112 ແມັດ ຄາດວ່າຈະເຈາະສໍາເລັດໃນເດືອນກັນຍາ, ການວາງລາງລົດໄຟສໍາເລັດແລ້ວ 107.8 ກິໂລແມັດ, ປັດຈຸບັນວາງຮອດສະ
ຖານີ ວັງວຽງ ກວມເອົາ 25,4% ຂອງການອອກແບບ, ກາງ ເດືອນ ຕຸລາ ຈະວາງລາງຮອດ ກາສີ ແລະ ໃນທ້າຍປີຈະວາງລາງຮອດ ນະຄອນຫຼວງພະບາງ, ການຕິດຕັ້ງຕາ
ຄ່າ​ຍໄຟຟ້າສໍາເລັດ 60,8% ການອອກແບບສະ ຖານີ້ມີ 10 ແຫ່ງໄດ້ເລີ່ມກໍ່ສ້າງແລ້ວ 7 ສະຖານີຈະໃຫ້ສໍາເລັດໃນທ້າຍປີນີ້.

     ສະຖານີນະຄອນຫຼວງວຽງຈັນ ຫາສະຖານີທ່ານາແລ້ງ ໄດ້ລົງມືກໍ່ສ້າງໃນ ວັນທີ 25 ກໍລະກົດ 2020 ສໍາເລັດແລ້ວ 3%, ຄາດວ່າຈະໃຫ້ເປີດພ້ອມເສັ້ນທາງ ບໍ່ເຕ່ນ
ຫາ ນະຄອນ ຫຼວງວຽງຈັນ. ໃນເດືອນ ທັນວາ 2021. ປັດຈຸບັນໄດ້ລົງທຶນໄປແລ້ວ 20.24 ຕື້ ຢວນ ກວມເອົາ 54,1% ຂອງມູນຄ່າການລົງທຶນທັງໝົດ. ການກະກຽມ
ວຽກ ແມ່ນຮັບສະໝັກພະນັກງານປະມານ 600 ຄົນ ແລະ ຢູ່ໃນຂັ້ນຕອນອົບຮົມ, ຈັດຊື້ລົດໄຟ 2 ຄັນ ແລະ ລົດອື່ນໆ ບາງຈໍານວນ. ການກໍ່ສ້າງເສັ້ນທາງມິດຕະພາບແມ່ນ
ໄດ້ປະຕິບັດພັນທະຂອງສັງຄົມ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນທ້ອງຖິ່ນປະມານ 57.453 ຄົນ, ຈັດການອົບຮົມ 606 ຄັ້ງ, ສ້າງຖະໜົນຫົນທາງ 1697,32 ກິໂລ
ແມັດ, ປັບໜ້າດິນ 31.700 ແມັດກາເລ, ອົບຮົມ 695 ເທື່ອຄົນ, ການປິ່ນປົວແບບອາສາສະໝັກ 3.885 ຄົນ, ການບໍລິຈາກຊັບສິນ ແລະ ວັດຖຸລວມເປັນເງິນຈໍານວນ
143.995.000 ຢວນ, ຈັດຊື້ວັດສະດຸຈາກທ້ອງຖິ່ນ 41.565 ຕື້ ກີບ ແລະ ຊ່ວຍຊຸກຍູ້ການພັດທະນາເສດຖະກິດ, ຂະຫຍາຍການແລກປ່ຽນວັດທະນະທໍາ, ຈັດການແຂ່ງ
ຂັນກີລາ ດອກປີກໄກ່ ແລະ ເຕະບານຊີງ ຂັນມິດຕະພາບ ລະຫວ່າງ ພະນັກງານ, ການສະແດງສິລະປະ, ການແຂ່ງຂັນການເວົ້າ ແລະ ອື່ນໆ ເພື່ອເພີ່ມທະວີມິດຕະພາບ
ລາວ-ຈີນ ໃຫ້ແໜ້ນແຟ້ນ. ນອກນີ້, ດ້ານການຊ່ວຍເຫຼືອບັນເທົາທຸກ, ໃນປີ 2018 ບໍລິຈາກເງິນຊ່ວຍເຫຼືອໄພພິບັດຢູ່ແຂວງ ອັດຕະປື ເປັນຈໍານວນເງິນ 800 ລ້ານ ກີບ
ແລະ ຊ່ວຍສ້າງຂົວ 4 ແຫ່ງ ທີ່ ແຂວງ ອັດຕະປື ເປັນເງິນ 4 ລ້ານກວ່າ ຢວນ, ໃນປີ 2019 ບໍລິຈາກຊ່ວຍໄພນ້ໍາຖ້ວມພາກໃຕ້ 75.710 ຢວນ, ຊ່ວຍສ້າງຂົວ 1 ແຫ່ງທີ່
ນະຄອນຫຼວງພະບາງ ມູນຄ່າ 8 ລ້ານກວ່າ ຢວນ ແລະ ໃນປີນີ້ໄດ້ບໍລິຈາກສິ່ງຂອງຕ້ານ ໂຄວິດ-19, 2,9 ຕື້ກີບ. ສ່ວນການວາງລາງລົດໄຟມາຮອດປັດຈຸບັນໄດ້ສໍາເລັດ
ການວາງລາງຈາກຈຸດ DK308 ຫາຈຸດ DK286 ສະຖານີວັງວຽງຄວາມຍາວລວມ 112 ກິໂລແມັດ, ປັດຈຸບັນການວາງລາງສໍາເລັດແລ້ວ 26,5%. ຂອງ 422,4 ກິ
ໂລແມັດ.

     ໃນກອງປະຊຸມຜູ້ແທນກອງປະຊຸມ ໄດ້ປະກອບແລກປ່ຽນຄໍາເຫັນຕໍ່ແຜນການພັດທະນາ ໂຄງການລົດໄຟລາວ-ຈີນ ເພື່ອໃຫ້ມີເນື້ອໃນຄົບຖ້ວນ. ພ້ອມດຽວກັນນັ້ນ,
ບັນດາຄະນະຈາກພາກສ່ວນຕ່າງໆ ໄດ້ທົດລອງຂີ່ລົດໄຟຈາກສະຖານທີ່ວາງລາງລົດໄຟ (ບ້ານສົງເປືອຍໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ) ໄປປະມານ 30 ກິ
ໂລແມັດ ແລ້ວກັບຄືນສູ່ສະຖານທີ່ວາງລາງລົດໄຟ.