ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄຂສົກຮຽນໃໝ່ 2017-2018

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີໄຂສົກຮຽນໃໝ່ປະຈຳປີ 2017-2018 ຂຶ້ນໃນວັນທີ 6 ກັນຍາ 2017 ນີ້, ໂດຍການເປັນ
ປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຊິ່ງມີຄະນະພັກ-ຄະນະ
ບັນຊາ ຕາງໜ້າ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ວິທະຍາຄານປ້ອງກັນຄວາມສະຫງົບ, ໂຮງຮຽນ, ຄະ
ນະອຳນວຍການວິທະຍາຄານ ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານພິທີໄຂສົກຮຽນໃໝ່  ປະຈຳປີ 2017-2018 ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

     ພັນເອກ ປອ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ຫົວໜ້າກົມອົບຮົບກໍ່ສ້າງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຂຶ້ນຜ່ານແຜນ
ການບໍາລຸງກໍ່ສ້າງນາຍທະຫານປະຈຳປີ 2017-2018 ນີ້, ທົ່ວວິທະຍາຄານມີນັກສຶກສາທັງໝົດ 708 ສະຫາຍ ທີ່ມາຈາກກົມກອງ, ກຳລັງຫຼວງ-ກຳລັງ
ທ້ອງຖິ່ນ ແລະ ກຳລັງປ້ອງກັນຄວາມສະຫງົບ ໃນນີ້ມີນັກສຶກສາເຂົ້າໃໝ່ 528 ສະຫາຍ, ເປົ້າໝາຍການກໍ່ສ້າງປະກອບມີ 21 ລະບົບຄື: ກໍ່ສ້າງປະລິນຍາ
ຕີການທະຫານ 2 ປີ 10 ສະຫາຍ, ກໍ່ສ້າງປະລິນຍາໂທການເມືອງ 2 ປີ 11 ສະຫາຍ, ປະລິນຍາຕີການທະຫານ (ຫຼັກສູດໃໝ່) 3 ປີ 26 ສະຫາຍ, ປະລິນ
ຍາຕີການເມືອງ (ຫຼັກສູດໃໝ່) 3 ປີ 25 ສະຫາຍ, ກໍ່ສ້າງຍຸດທະບັ້ນຮົບ-ຍຸດທະສາດ 1 ປີ 30 ສະຫາຍ, ກໍ່ສ້າງທິດສະດີມາກ-ເລນິນ 1 ປີ 30 ສະຫາຍ,
ກໍ່ ສ້າງເລັ່ງລັດການທະຫານກອງພັນໃຫຍ່ 1 ປີ 15 ສະຫາຍ, ກໍ່ສ້າງເລັ່ງລັດການເມືອງກອງພັນໃຫຍ່ 1 ປີ 16 ສະຫາຍ, ກໍ່ສ້າງເລັ່ງລັດການທະຫານກອງ
ພັນນ້ອຍ 1 ປີ 15 ສະຫາຍ, ກໍ່ສ້າງເລັ່ງລັດການເມືອງກອງພັນນ້ອຍ 1 ປີ 15 ສະຫາຍ, ກໍ່ສ້າງຊັ້ັນສູງພາສາອັງກິດ 4 ປີ 30 ສະຫາຍ, ກໍ່ສ້າງຊັ້ນສູງພາສາ
ຈີນ 4 ປີ 20 ສະຫາຍ, ກໍ່ສ້າງຊັ້ນສູງພາສາລັດເຊຍ 3 ປີ 20 ສະຫາຍ, ກໍ່ສ້າງຊັ້ນສູງພາສາຫວຽດນາມ 3 ປີ 25 ສະຫາຍ, ບໍາລຸງພາສາອັງກິດ 10 ເດືອນ
20 ສະຫາຍ, ບຳລຸງວຽກງານປ້ອງກັນພາຍໃນ 5 ເດືອນ 30 ສະຫາຍ, ບຳລຸງທິດສະດີມາກ-ເລນິນ 5 ເດືອນ 30 ສະຫາຍ, ບໍາລຸງວຽກງານກໍ່ສ້າງຮາກ
ຖານການເມືອງ 3 ເດືອນ 40 ສະຫາຍ, ບໍາລຸງວຽກງານບັນຊາ-ເສນາການທະຫານທ້ອງຖິ່ນ 3 ເດືອນ 30 ສະຫາຍ, ບຳລຸງວຽກງານ ປກຊ-ປກສ ໃຫ້ພະ
ນັກງານການນຳພັກ-ລັດ 64 ວັນ 60 ສະຫາຍ (ແບ່ງເປັນ 2 ຊຸດ), ບໍາລຸງວຽກງານກວດກາໄລຍະສັ້ນ 45 ວັນ 30 ສະຫາຍ, ທັງນີ້ກໍເພື່ອເປັນການຍົກ
ລະດັບຄວາມຮັບຮູ້ເຂົ້າໃຈຕໍ່ພື້ນຖານທິດສະດີ, ຫຼັກມູນວິທະຍາສາດຂອງລັດທິມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ແນວທາງປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ, ໜ້າທີ່ການເມືອງຂອງກອງທັບໃນສະພາບແວດລ້ອມ ແລະ ຄວາມຮຽກຮ້ອງຕ້ອງການໃໝ່ເປັນພື້ນຖານບ່ອນອີງໃນ ການສຳເລັດການ
ສຶກສາກັບຄືນກົມກອງໃຫ້ຮູ້ຈັກຈັດຕັ້ງຜັນຂະຫຍາຍ ແລະ ຫັນເປັນແຜນການລະອຽດ, ສອດຄ່ອງກັບສະພາບຈຸດພິເສດເງື່ອນໄຂຕົວຈິງຂອງກົມກອງ
ທ້ອງຖິ່ນຢ່າງມີປະສິດທິຜົນ.

     ໃນຕອນທ້າຍພິທີ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາໃນນີ້ທ່ານໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ກຳແໜ້ນ
ທິດນຳ ແລະ ຄາດໝາຍຂອງການກໍ່ສ້າງກຳລັງປະກອບອາວຸດຂອງພັກ, ໃນໄລຍະໃໝ່ເພື່ອເປັນບ່ອນອີງໃຫ້ແກ່ການກຳນົດໂຄງການຫຼັກສູດການຮຽນ-ການ
ສອນໃນແຕ່ລະໄລຍະໃຫ້ຖືກທິດນຳ ແລະ ຄາດໝາຍ, ຕ້ອງເອົາໃຈໃສ່ຊີ້ນຳ-ນຳພາຄຸ້ມຄອງ ແລະ ເຮັດວຽກງານສຶກສາອົບຮົມການເມືອງນຳພາແນວຄິດ
ເຮັດໃຫ້ພາຍໃນມີຄວາມສະຫງົບໜັກແໜ້ນ, ພະນັກງານຄູ-ອາຈານຕະຫຼອດເຖິງນັກຮົບ, ນັກສຶກສາທຸກຄົນມີແນວຄິດອຸ່ນອ່ຽງຫ້າວຫັນປະຕິບັດໜ້າທີ່
ວຽກງານຕາມຄວາມຮັບຜິດຊອບຂອງໃຜລາວມີຜົນສຳເລັດເປັນຢ່າງດີ, ສືບຕໍ່ປັບປຸງຄ້າຍຄູໃຫ້ມີແບບແຜນຈົບງາມ, ມີພື້ນຖານຮັບປະກັນພຽງພໍ ກໍຄືມີ
ໂສມໜ້າໃໝ່ດີຂຶ້ນເລື້ອຍໆ, ເອົາໃຈໃສ່ຮັບປະກັນ ແລະ ຮັບໃຊ້ໃຫ້ແກ່ໂຄງການຮຽນ-ການສອນໃຫ້ດີກວ່າເກົ່າ, ເປັນຕົ້ນໂຄງການຫຼັກສູດ, ຕາຕະລາງແຜນ
ການ, ເອກະສານການຄົ້ນຄວ້າ, ຕຳລາສິດສອນຮໍ່າຮຽນ ແລະ ອື່ນໆແມ່ນໃຫ້ຢູ່ໃນທ່າກຽມພ້ອມ ແລະ ຮັບປະກັນໃຫ້ພະນັກງານຄູ-ອາຈານ, ນັກຮຽນນາຍ
ທະຫານ ຕະຫຼອດເຖິງນັກຮົບ, ພະລາກອນທຸກຄົນໃຫ້ມີສຸຂະພາບແຂງແຮງປົກກະຕິ. ພາກສ່ວນຄູ-ອາຈານແມ່ນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບການ
ເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ຕັ້ງໜ້າເຂົ້າໃນການຄົ້ນຄວ້າ ແລະ ແຕ່ງບົດສອນຂຶ້ນຫ້ອງໃຫ້ສອດຄ່ອງກັບໂຄງການຫຼັກສູດ ພ້ອມທັງໃຫ້ມີລັກສະນະວິ
ທະຍາສາດແທດເໝາະກັບແນວຄິດຊີ້ນຳຂອງພັກ ແລະ ລັດ, ໃຫ້ປະຕິບັດຕາຕະລາງຂຶ້ນຫ້ອງສິດສອນໃຫ້ເຂັ້ມງວດ ແລະ ຖືກຕ້ອງ, ຕ້ອງສຸມທຸກຄວາມພະ
ຍາຍາມຖ່າຍທອດຄວາມຮູ້-ຄວາມສາມາດທາງດ້ານທິດສະດີ, ຫຼັກການ ແລະ ບົດຮຽນຈາກພຶດຕິກຳຕົວຈິງຢູ່ພາຍໃນ ແລະ ຕ່າງປະເທດໃຫ້ນັກຮຽນ, ນັກ
ສຶກສາຮັບຮູ້ຢ່າງເປັນລະບົບຄົບຊຸດ ແລະ ດ້ວຍຄວາມຈິງໃຈ, ອອກແຮງເຝິກຝົນຫຼໍ່ຫຼອມຄຸນສົມບັດຈັນຍາທຳໃຫ້ກາຍເປັນຄູປະຕິວັດສອນດີ, ສອນເກັ່ງ
ແລະ ມີລະບຽບວິໄນເຂັ້ມງວດ, ສຳລັບພາກສ່ວນນັກສຶກສາຕ້ອງຕັ້ງໜ້າເຂົ້າຮ່ວມໃນການຄົ້ນຄວ້າຮໍ່າຮຽນ, ກຳແໜ້ນບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້
ເພື່ອໝູນໃຊ້ຢູ່ໃນກົມກອງ, ອອກແຮງແຂ່ງຂັນຍາດເອົາຄະແນນດີ, ຄະແນນເກັ່ງ, ເດັດດ່ຽວຕ້ານຄະແນນຫຼຸດຄາດໝາຍ, ຫຼີກລ້ຽງຂີ້ຄ້ານມັກງ່າຍ, ຈຳກັດ
ແລະ ແກ້ໄຂຢ່າງເດັດຂາດທັດສະນະທີ່ ຮຽນກໍໄດ້ ບໍ່ຮຽນກໍໄດ້ ແລະ ຮຽນພໍແຕ່ຈະເພື່ອຮັບໃບປະກາດ, ອອກແຮງເຝິກຝົນຕົນເອງໃນທຸກດ້ານຕາມເງື່ອນ
ໄຂທີ່ກະຊວງກໍຄືວິທະຍາຄານວາງອອກ ເປັນຕົ້ນແມ່ນດ້ານຄຸນສົມບັດສິນທຳປະຕິວັດ, ບັນດາຂໍ້ກຳນົດກົດລະບຽບຕ່າງໆຂອງກອງທັບ ໂດຍສະເພາະແມ່ນ
ບັນດາຂໍ້ກຳນົດກົດລະບຽບຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ວາງອອກໃຫ້ຖືກຕ້ອງເຂັ້ມງວດ.