ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງພົນທີ I

     ໃນວັນທີ 6 ກໍລະກົດ 2017 ນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ
ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຢູ່ກອງພົນທະຫານຮາບທີ 1.


ພົນໂທ ຈັນສະໝອນ ຈັນຍາລາດ ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງພົນທີ I

     ພັນເອກ ແສງຍືນ ລັດສະໝີ ເລຂາຄະນະພັກ ຫົວໜ້າການເມືອງກອງພົນ ແລະ ພັນເອກ ພັນສາຍ ຂັນທະໄຊ ຮອງເລຂາຄະນະພັກ, ຫົວໜ້າການທະ
ຫານກອງພົນທີ 1 ໄດ້ລາຍງານສະພາບການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກົມກອງໂດຍຫຍໍ້ໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມຄະ
ນະ 5 ອົງການກົມໃຫຍ່ໄດ້ຮັບຊາບ.

     ໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 1 ຄັ້ງນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍດ້ານ
ຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກອງພົນທີ 1, ທ່ານ ໄດ້ຊົມເຊີຍຕໍ່ຜົນງານທີ່ບັນດາພະນັກງານກອງພົນທີ 1 ຍາດມາໄດ້. ທ່ານລັດຖະມົນຕີ
ໄດ້ຍົກໃຫ້ເຫັນສະພາບການຂອງໂລກລວມທັງ ພາກພື້ນທີ່ມີການຜັນແປໄປຢ່າງໄວວາ ແລະ ສັບສົນ ເຊິ່ງຄາດເດົາໄດ້ຍາກ ທ່ານໄດ້ ຮຽກຮ້ອງໃຫ້ນາຍ ແລະ ພົນທະຫານຈົ່ງມີສະຕິລະວັງຕົວ, ກຽມພ້ອມເຮັດໜ້າທີ່ປົກປັກຮັກສາປະເທດຊາດໃນຂອບເຂດກົມກອງຮັບຜິດຊອບໃຫ້ດີທີ່ສຸດ, ເຖິງແມ່ນວ່າຈະປະ ສົບກັບບັນຫາທ້າທາຍ, ທົດສອບຫຼາຍປະການກໍຕາມ, ຮຽກຮ້ອງໃຫ້ທຸກຄົນສ້າງຄວາມຕັດສິນໃຈຢ່າງກ້າຫານ, ເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ, ສໍາ ຄັນທີ່ສຸດແມ່ນຕ້ອງມີຄວາມມານະອົດທົນ, ສ້າງໃຫ້ມີຫຼັກໝັ້ນໃນຕົວເອງສູງ, ສຳລັບພະນັກງານຕ້ອງຕ້ານແນວຄິດເອກະຊົນ, ພະຍາດອາດຍາສິດ, ເຫັນ ແກ່ໂຕ, ຄັບແຄບ ແລະ ບໍ່ຮູ້ນໍາເອົາຄວາມຄິດຄົນອື່ນມາປັບປຸງຕົວເອງ, ຕ້ອງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນເອງ, ພ້ອມນັ້ນກໍສຶກສາອົບຮົມ ສ້າງໃຫ້ນາຍແລະ ພົນທະຫານທຸກໆຄົນມີສະຕິຕໍ່ການຈັດຕັ້ງ, ເຂັ້ມງວດໃນການປະຕິບັດລະບຽບວິໄນ, ດຸໝັ່ນຫ້າວຫັນຕໍ່ວຽກງານ, ມີຄວາມອົດທົນຕໍ່ໜ້າ ທີ່, ດຸໝັ່ນຄົ້ນຄວ້າຊອກຮູ້ຮໍ່າຮຽນ, ເພີ່ມທະວີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາ, ໃຫ້ຖືກ ຕ້ອງສອດຄ່ອງມີວິທະຍາສາດເຮັດວຽກຕ້ອງມີບາດກ້າວ, ຂັ້ນຕອນ, ມີການກວດກາ, ສະຫຼຸບລາຍງານ ແລະ ມີການຍ້ອງຍໍສັນລະເສີນສຳລັບຜູ້ທີ່ມີຜົນງານ ມີຄວາມກ້າວໜ້າ ແລະ ຕຳນິກໍ່ສ້າງຜູ້ທີ່ອ່ອນ, ຂາດຕົກບົກຜ່ອງ ແລະ ປະຕິບັດວິໄນສໍາລັບຜູ້ທີ່ລະເມີດ, ຜິດລະບຽບວິໄນ ແລະ ກົດໝາຍ, ນອກນັ້ນ ຍັງ ຕ້ອງເອົາໃຈໃສ່ລົງກໍ່ສ້າງຮາກຖານພັດທະນາຊົນນະບົດສົມທົບແໜ້ນກັບການປັບປຸງແກ້ໄຂສະພາບໃຫ້ມີຄວາມສະຫງົບໂດຍພື້ນຖານ, ສ້າງພື້ນຖານໂຄງ ລ່າງໃຫ້ໝັ້ນຄົງຖາວອນ ແລະ ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງກອງທະຫານໃຫ້ດີຂຶ້ນເລື້ອຍໆ.