ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບຖອດຖອນບົດຮຽນ ແລະ ເຊື່ອມຊຶມນິຕິກໍາ
ວຽກງານປະກັນສັງຄົມທົ່ວກອງທັບ ປະຈໍາປີ 2017-2018


ພົນຕີ ປອ ທອງລອຍ ສີລິວົງ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນ
ແລະ ເຊື່ອມຊຶມນິຕິກໍາວຽກງານປະກັນສັງຄົມທົ່ວກອງທັບ ປະຈໍາປີ 2017-2018

     ກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ເຊື່ອມຊຶມນິຕິກໍາວຽກງານປະກັນສັງຄົມທົ່ວກອງທັບ ປະຈໍາປີ 2017-2018 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 6 ມິຖຸນາ
2019 ນີ້, ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍການເມືອງກອງທັບ, ມີບັນດາສະຫາຍຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ກົມ, ຄະນະພັກ-ຄະນະບັນຊາ
ອົງການ, ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ, ຕະຫຼອດຮອດຫົວໜ່ວຍທຸລະກິດໃນທົ່ວກອງທັບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໂອກາດເຂົ້າຮ່ວມເປັນປະທານກອງປະຊຸມ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ໄດ້ກ່າວເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ເຜີຍແຜ່ນິຕິກໍາວຽກງານປະ
ກັນສັງຄົມທົ່ວກອງທັບປະຈໍາປີ 2017-2018 ໃນຄັ້ງນີ້ວ່າ: ວຽກງານປະກັນສັງຄົມໃນກອງທັບແມ່ນວຽກງານນະໂຍບາຍໜຶ່ງທີ່ມີຄວາມໝາຍຄວາມສຳຄັນຂອງພັກ-ລັດ
ຕໍ່ກອງທັບຕິດພັນໂດຍກົງກັບຊີວິດສັງຄົມປະຈໍາວັນຂອງນາຍ ແລະ ພົນທະຫານ ໂດຍສະເພາະນະໂຍບາຍຮັບປະກັນໃຫ້ນາຍ ແລະ ພົນທະຫານພ້ອມດ້ວຍສະມາຊິກພາຍ
ໃນຄອບຄົວໄດ້ຮັບການຄຸ້ມຄອງ, ປົກປັກຮັກສາດ້ານສຸຂະພາບ, ຊີວິດສັງຄົມ ແລະ ໄດ້ຮັບລະບອບອຸດໜູນປະເພດຕ່າງໆຕາມເງື່ອນໄຂນະໂຍບາຍ ກໍຄືກົດໜາຍປະກັນສັງ
ຄົມຂອງ ສປປ ລາວ ຢ່າງທົ່ວເຖິງເປັນເອກະພາບ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການປັບປຸງກໍ່ສ້າງ
ກອງທັບໃຫ້ກ້າວຂຶ້ນເປັນກອງທັບປະຕິວັດ, ມີລະບຽບ, ແບບແຜນທັນສະໄໝສາມາດຮັບປະກັນໃຫ້ແກ່ການເຝິກແອບຮໍ່າຮຽນ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ. ກອງ
ປະຊຸມຄັ້ງນີ້ແມ່ນຈະໄດ້ພ້ອມກັນສັງເກດຕີລາຄາຄືນສະພາບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມທົ່ວກອງທັບໃນໄລຍະປີ 2017 ເຖິງປັດຈຸບັນ ແລະ ຈະໄດ້ພ້ອມ
ກັນກໍານົດທິດທາງແຜນການວຽກງານປະກັນສັງຄົມກອງທັບໃນຕໍ່ໜ້າຢ່າງຖືກຕ້ອງພາວະວິໄສ. ພ້ອມນີ້ກໍຈະໄດ້ຄົ້ນຄວ້າປຶກ ສາຫາລື, ປະກອບຄໍາຄິດຄໍາເຫັນເຂົ້າໃສ່ເນື້ອ
ໃນບົດສະຫຼຸບ, ທິດທາງແຜນການ ແລະ ນິຕິກໍາຈໍານວນໜຶ່ງຂອງວຽກງານປະກັນສັງຄົມໃນກອງທັບດ້ານດີ ແລະ ດ້ານຄົງຄ້າງສາເຫດ ແລະ ພຶດຕິກໍາຕົວຈິງ. ເອກະພາບ
ກ່ຽວ ກັບວິທີແກ້ໄຂ ແລະ ຈັດຕັ້ງປະຕິບັດໃນປີຕໍ່ໜ້າໃຫ້ຖືກກັບສະພາບຄວາມເປັນຈິງກວ່າເກົ່າ.

     ກອງປະຊຸມໃນຄັ້ງນີ້ຈະໄດ້ດໍາເນີນໄປເປັນເວລາ 1 ວັນເຄິ່ງຈຶ່ງຈະສໍາເລັດລົງ.