ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດມອບເງິນຊ່ວຍເຫຼືອປະຊາຊົນບ້ານສັນແຟນ
ທີ່ໄດ້ຮັບຜົນກະທົບຈາກອັກຄີໄພ


ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ມອບເງິນຊ່ວຍເຫຼືອປະຊາຊົນບ້ານສັນແຟນ ທີ່ໄດ້ຮັບຜົນກະທົບຈາກອັກຄີໄພ

     ເພື່ອເປັນການຊ່ວຍເຫຼືອ ແລະ ບັນເທົາທຸກໃຫ້ພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການໄຟ ໄໝ້ບ້ານສັນແຟນ ກຸ່ມນໍ້າລ້ຽງ ເມືອງຄຳ ແຂວງ
ຊຽງຂວາງ ໃນວັນທີ 7 ພຶດສະພາ 2018 ທີ່ຜ່ານມາ, ກະຊວງປ້ອງກັນປະເທດຈຶ່ງໄດ້ມອບເງິນ 20 ລ້ານກີບ ເພື່ື່ອປະກອບສ່ວນຊ່ວຍເຫຼືອຕໍ່ເຫດການດັ່ງ
ກ່າວ, ໂດຍພິທີໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ 2018 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍການກ່າວມອບຂອງ ທ່ານ ພົນຈັດຕະ
ວາ ຄຳມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ພ້ອມທັງກ່າວສະແດງຄວາມເສຍໃຈຕໍ່
ເຫດການໃນຄັ້ງນີ້ ເຊິ່ງກ່າວຮັບໂດຍ ພັນໂທ ວັນທອນ ສອນທະວົງ ສະມາຊິກສະພາແຫ່ງຊາດເຂດ 9 ແຂວງຊຽງຂວາງ ໂອກາດນີ້, ທ່ານກໍໄດ້ກ່າວສະແດງ
ຄວາມຂອບອົກຂອບໃຈ ແລະ ຄວາມຮູ້ບຸນຄຸນຢ່າງສູງຕໍ່ຄະນະນຳກະຊວງປ້ອງກັນປະເທດ ທີ່ໄດ້ເປັນ ຫ່ວງເປັນໃຍມອບເງິນຈຳນວນດັ່ງກ່າວໃຫ້ພໍ່ແມ່ປະຊາ
ຊົນບ້ານສັນແຟນ ເມືອງຄຳ ຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການໄຟໄໝ້ໃນຄັ້ງນີ້ ພ້ອມທັງກ່າວວ່າທາງຄະນະປະຈຳສະພາປະຊາຊົນແຂວງຊຽງຂວາງຂອງ
ພວກເຮົາຈະນຳເອົາເງິນຈຳນວນດັ່ງກ່າວໄປມອບຕໍ່ໃຫ້ພໍ່ແມ່ປະຊາຊົນໃຫ້ຮອດໃຫ້ເຖິງ ແລະ ໃຫ້ເຂົາເຈົ້ານຳໃຊ້ຕາມຄວາມເປັນຈິງ.