ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 2 ສະຫຼຸບຖອດຖອນບົດຮຽນຂະບວນການກໍ່ສ້າງ
ກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳສົກປີ 2016-2017

     ວັນທີ 31 ພຶດສະພາ 2017 ຜ່ານມານີ້, ກອງພົນທີ 2 ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນຂະບວນການກໍ່ສ້າງກອງຮາກຖານເຂັ້ມແຂງ
ໜ່ວຍພັກຮູ້ນໍາພາຮອບດ້ານ ປະຈໍາສົກປີ 2016-2017 ແລະ ວາງທິດທາງແຜນການ ປະຈໍາສົກປີ 2018-2019 ຂຶ້ນຢູ່ທີ່ສະໂມສອນຂອງກອງພົນ ໂດຍ
ພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ພັນແສງ ບຸນພັນ ເລຂາຄະນະພັກ ຫົວໜ້າການເມືອງກອງພົນ, ສະຫາຍ ພັນເອກ ວຽງແກ້ວ ສີສຸລາດ
ຮອງເລຂາຄະນະພັກ ຫົວໜ້າການທະຫານ, ມີບັນດາສະຫາຍໃນຄະນະພັກ, ຄະນະຫ້ອງ, ພະແນກການ, ຄະນະພັກກອງພັນໃຫຍ່ ພ້ອມດ້ວຍຄະນະພັກ
ຮາກຖານ ແລະ ຄະນະໜ່ວຍພັກບັນດາກົມກອງຮາກຖານທີ່ຂຶ້ນກັບເຂົ້າຮ່ວມ.


ພັນເອກ ພັນແສງ ບຸນພັນ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນຂະບວນການ
ກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານປະຈໍາສົກປີ 2016-2017

     ສະຫາຍ ພັນໂທ ວົງເພັດ ເພັງພະນິດ ຄະນະປະຈໍາພັກ ຫົວໜ້າຫ້ອງການເມືອງກອງພົນທີ 2 ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຂະບວນການກໍ່ສ້າງ
ກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານສົກປີ 2016- 2017 ແລະ ວາງທິດທາງແຜນການ ສົກປີ 2018-2019 ໃຫ້ຮູ້ວ່າ: ໃນໄລຍະຊຸມ
ປີທີ່ຜ່ານມາຄະນະພັກ-ຄະນະບັນຊາກອງພົນ ໄດ້ເອົາໃຈໃສ່ຊີ້ນໍາບັນດາຫົວໜ່ວຍການຈັດຕັ້ງແຕ່ລະຂັ້ນໃກ້ຊິດຕິດແທດໃຫ້ຄວາມສໍາຄັນໃນການຄົ້ນ
ຄວ້າເຊື່ອມຊຶມກໍາແໜ້ນບັນດາຄໍາສັ່ງ ຂໍ້ກໍານົດ ບົດແນະນໍາຂອງກົມການເມືອງສູນກາງພັກ, ຂໍ້ກໍານົດຂອງຄະນະພັກກະຊວງປ້ອງກັນປະເທດສະບັບເລກ
ທີ 64-65/ຄພກປທ, ລົງວັນທີ 13/7/2005 ວ່າດ້ວຍມາດຖານ ແລະ ລະບອບກວດກາຕີລາຄາແບ່ງປະເພດຄຸນນະພາບການຈັດຕັ້ງຮາກຖານພັກ ແລະ
ສະມາຊິພັກທົ່ວກອງທັບ ເປັນການປັບປຸງກໍ່ສ້າງພັກ, ກໍ່ສ້າງກໍາລັງເປັນຂະບວນການຟົດຟື້ນຕໍ່ເນື່ອງ ເພື່ອເປັນການຈັດຕັ້ງປະຕິບັດແນວທາງກໍ່ສ້ງພັກ ທັງ
ເປັນການບໍາລຸງຍົກລະດັບຄວາມຮູ້ ແລະ ຄວາມເປັນເອກະພາບແບບແຜນຊີ້ນໍາ-ນໍາພາ ເຂົ້າສູ່ຄຸນນະພາບໃໝ່, ເອົາໃຈໃສ່ຊີ້ນໍາຄະນະພັກຂັ້ນຕ່າງໆເຫັນ
ໄດ້ທີ່ຕັ້ງພາລະບົດບາດຄວາມໝາຍຄວາມສໍາຄັນໃນການປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ເຕີບໃຫຍ່ທາງດ້ານຈໍານວນ ແລະ ຄຸນ
ນະພາບນັບມື້ເພີ່ມຂຶ້ນ. ເຊິ່ງມັນໄດ້ສະແດງອອກຜ່ານການຈັດຕັ້ງກວດກາມາດຖານເງື່ອນໄຂ ແລະ ກວດກາຕີລາຄາແບ່ງປະເພດຄຸນນະພາບຂອງການຈັດ
ຕັ້ງຮາກຖານພັກ ມາເຖິງປັດຈຸບັນທົ່ວກອງພົນ ມີ 1 ອົງຄະນະພັກກອງພົນ, 2 ຄະນະພັກກອງພັນໃຫຍ່, ມີ 14 ຄະນະພັກຮາກຖານ ແລະ ມີ 92 ໜ່ວຍ
ພັກ, ທຽບໃສ່ ສົກປີ2014-2015 ຄະນະພັກຮາກຖານເພີ່ມຂຶ້ນ 2 ຄະນະ ເທົ່າກັບ 14,28% ໃນນັ້ນມີຄະນະພັກຮາກຖານແຂງ-ຮູ້ນໍາພາຮອບດ້ານ 9
ຄະນະ, ແຂງ 1 ຄະນະ, ກາງ 2 ຄະນະ ແລະ ບໍ່ໄດ້ແບ່ງປະເພດ 2 ຄະນະ (ສ້າງຕັ້ງໃໝ່) ແລະ ມີ ໜ່ວຍພັກແຂງ-ຮູ້ນໍາພາຮອບດ້ານ 41 ໜ່ວຍພັກ, ແຂງ
25 ໜ່ວຍພັກ, ກາງ 15 ໜ່ວຍພັກ ແລະ ບໍ່ໄດ້ແບ່ງປະເພດມີ 11 ໜ່ວຍພັກ (ສ້າງຕັ້ງໃໝ່). ໃນນັ້ນກໍມີຄະນະພັກຮາກຖານ ແລະ ໜ່ວຍພັກແຂງ-ຮູ້ນໍາ
ພາຮອບ ດ້ານ 12 ຄັ້ງຕິດຕໍ່ ມີ 6 ຫົວໜ່ວຍກົມກອງ, ມີ 1 ຄະນະພັກຮາກຖານ ແລະ 5 ໜ່ວຍພັກ,11 ຄັ້ງ ມີ 4 ຫົວໜ່ວຍກົມກອງ, ມີ 1 ຄະນະພັກ
ຮາກຖານ ແລະ 3 ໜ່ວຍພັກ, 8 ຄັ້ງ ມີ 4 ຫົວໜ່ວຍກົມກອງ, ມີ 1 ຄະນະພັກຮາກຖານ ແລະ 3 ໜ່ວຍພັກ, 7 ຄັ້ງ ມີ 5 ຫົວໜ່ວຍກົມກອງ, ມີ 1 ຄະ
ນະພັກຮາກຖານ ແລະ 4 ໜ່ວຍ ພັກ, 6 ຄັ້ງ ມີ 13 ຫົວໜ່ວຍກົມກອງ ມີ 3 ຄະນະພັກຮາກຖານ ແລະ 10 ໜ່ວຍພັກ ແລະ 5 ຄັ້ງ ມີ 9 ຫົວໜ່ວຍກົມ
ກອງມີ 2 ຄະນະພັກຮາກຖານ ແລະ 7 ໜ່ວຍພັກ ສະເລ່ຍມາດຕາສ່ວນການນໍາພາຂອງອົງຄະນະພັກກອງພົນທີ 2 ໃນສົກປີ 2016-2017 ສາມາດບັນ
ລຸໄດ້ 44,56% ຈາກນັ້ນ, ກອງປະຊຸມກໍໄດ້ຮັບຟັງທິດ ທາງແຜນການຄາດໝາຍສູ່ຊົນການນໍາພາຂອງຄະນະພັກກອງພົນປະຈໍາສົກປີ 2018-2019.

     ກອງປະຊຸມໃນຄັ້ງນີ້ ກໍໄດ້ມອບໃບຢັ້ງຢືນໃຫ້ບັນດາຫົວໜ່ວຍກົມກອງທີ່ໄດ້ຮັບຮອງເປັນກອງຮາກຖານເຂັ້ມແຂງໜວ່ຍພັກ-ຮູ້ນໍາພາຮອບດ້ານໃນຄັ້ງ
ນີ້ຈໍານວນ 41 ຫົວໜ່ວຍກົມກອງ ໂດຍການເປັນກຽດກ່າວມອບຂອງສະຫາຍ ພັນເອກ ພັນແສງ ບຸນພັນ ຢ່າງສົມກຽດ. ພ້ອມນັ້ນ ກໍໄດ້ມອບທຸງໄຊໃຫ້
ກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ 10 ຄັ້ງ ແລະ 5 ຄັ້ງຕິດຕໍ່ກັນຈໍານວນ 3 ຫົວໜ່ວຍກົມກອງ ໂດຍການເປັນກຽດກ່າວມອບຂອງ ສະ
ຫາຍ ພັນເອກ ວຽງແກ້ວ ສີສຸລາດ ແລະ ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ໃຫ້ບັນດາກົມກອງຮາກຖານເຂັ້ມແຂງ-ຮູ້ນໍາພາຮອບດ້ານ 4 ຄັ້ງຕິດຕໍ່
ກັນຈໍານວນ 9 ຫົວໜ່ວຍກົມກອງຕື່ມອີກ. ໃນໂອກາດດັ່ງກ່າວກໍໄດ້ຈັດພິທີປະດັບຫຼຽນກຽດຕິຄຸນກອງທັບປະຊາຊົນລາວ ຊຸດທີ 2 ໃຫ້ບັນດາສະຫາຍ
ນາຍທະຫານຈໍານວນ 14 ສະຫາຍທີ່ມີຜົນງານຄຸນງາມຄວາມດີໃນການປະກອບສ່ວນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດ
ໄລຍະທີ່ຜ່ານມາ ໂດຍການເປັນກຽດປະດັບຂອງສະຫາຍ ພັນເອກ ພັນແສງ ບຸນພັນ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 2.