ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ ຄົບຮອບ 65 ປີ


     ວັນທີ 6 ເມສາ 2021 ນີ້, ວິ ທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດ ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສາຍພົວພັນ ການທູດ
ລາວ-ອິນເດຍ ຄົບຮອບ 65 ປີ, ໂດຍການເຂົ້າຮ່ວມ ຂອງທ່ານ ອັດທານາ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສ ອິນເດຍ ປະຈໍາລາວ, ມີທ່ານ
ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ວປກ, ຄູ-ອາຈານ ແລະ ນັກຮຽນນັກສຶກສາເຂົ້າຮ່ວມ.

     ໃນພິທີ ທ່ານ ອັດທານາ ເອກອັກຄະລັດຖະທູດ ສ ອິນເດຍ ແລະ ທ່ານ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງ ວປກ ໄດ້ຜັດປ່ຽນກັນ ມີຄໍາ
ເຫັນ ໂດຍໄດ້ຍົກໃຫ້ເຫັນ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ສ ອິນເດຍ ຕະຫຼອດໄລຍະ 65 ປີຜ່ານມາ, ປະເທດ ອິນເດຍ ແລະ ປະເທດ ລາວ
ໄດ້ຮ່ວມປະຫວັດສາດ ການເຊື່ອມໂຍງດ້ານສາດສະໜາ, ວັດທະນະທຳ ແລະ ປະຊາຊົນ ທີ່ ຍາວນານ, ທັງເປັນຄູ່ຮ່ວມພັດທະນາ ບົນພື້ນຖານສິດສະເໝີ
ພາບ, ເຄົາລົບ ອະທິປະໄຕ ແຫ່ງຊາດ, ບົນພື້ນຖານຜົນປະໂຫຍດ ໃນການພັດທະນາ ແລະ ການຍົກລະດັບຊີວິດການເປັນຢູ່ ຂອງ ປະຊາຊົນ, ສາຍພົວພັນ
ດ້ານ ການທູດ ລະຫວ່າງສອງປະເທດ ໄດ້ມີການພັດທະນາປ່ຽນແປງ ໃນຫຼາຍດ້ານ, ການຢ້ຽມຢາມບັນດາຜູ້ນໍາຂັ້ນສູງ ໄດ້ມີການແລກປ່ຽນເປັນປົກກະຕິ,
ການພົວພັນຮ່ວມມື ຂົງເຂດວຽກງານປ້ອງກັນຊາດ ກໍໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ການຮ່ວມມືດ້ານການພັດທະນາ ຂອງ ອິນເດຍ ໃນ ສປປ ລາວ
ແມ່ນກວ້າງຂວາງ, ໃນນັ້ນມີການສ້າງບຸກຄະລາກອນ ທີ່ມີຊື່ວ່າໂຄງການເຕັກນິກ ແລະ ເສດຖະກິດ ອິນ ເດຍ ຫຼື ITEC, ມີທັງທຶນການສຶກສາໄລຍະຍາວ,
ໂຄງການເຫັນຜົນໄວ ສຳລັບການພັດພະນາ ເສດຖະກິດ-ສັງຄົມ ພາຍໃຕ້ ທຶນຊ່ວຍເຫຼືອລ້າ, ໂຄງການວົງເງິນສິນເຊື່ອ, ມາດຕະການສິນເຊື່ອດອກເບ້ຍຕຳ່,
ສູນເຝິກອົບຮົມ ພາສາອັງກິດ ລາວ-ອິນເດຍ, ການພັດທະນາ ຜູ້ປະກອບການ ແລະ ໂຄງການອະນຸລັກມໍລະດົກໂລກ. ສໍາລັບການພົວພັນລະຫວ່າງ ວິທະຍາ
ຄານປ້ອງກັນຊາດ ໄກສອນ ພົມວິຫານ ກັບ ກອງທັບ ສ ອິນເດຍ, ໃນໄລຍະຜ່ານມາ ສອງຝ່າຍ ໄດ້ສ້າງສາຍພົວພັນ ທີ່ດີຕໍ່ກັນ ຕະຫຼອດມາ, ໃນນັ້ນ ຝ່າຍ
ສ.ອິນເດຍ ໄດ້ໃຫ້ການຊ່ວຍເຫຼືອ ວປກ ໃນຫຼາຍດ້ານເປັນຕົ້ນແມ່ນ: ການແລກປ່ຽນຄະນະຜູ້ແທນ ແລະ ນັກວິຊາການຢ້ຽມຢາມ ເຊິ່ງກັນ ແລະ ກັນ, ໄດ້
ສົ່ງຊ່ຽວຊານຄູສອນ ພາສາອັງກິດ ແລະ ໄອທີມາຊ່ວຍ, ຊ່ວຍເຫຼືອດ້ານອຸປະກອນການຮຽນ-ການສອນ ໄອທີ, ຮັບພະນັກງານ, ຄູ-ອາຈານ ສອນພາສາອັງ
ກິດ ຢູ່ວິທະຍາຄານໄປເຝິກຫັດ, ເຝິກອົບຮົມ ໄລຍະສັ້ນ ແລະ ຍາວ ຢູ່ ສ ອິນເດຍ. ບັນດາການຊ່ວຍເຫຼືອເຫຼົ່ານັ້ນ ມັນໄດ້ສະແດງໃຫ້ເຫັນເຖິງ ການເສີມ
ສ້າງສາຍພົວພັນ ອັນດີງາມ ທີ່ມີແລ້ວນັ້ນໃຫ້ແຕກດອກ ອອກຜົນງົດງາມຍິ່ງຂຶ້ນ.

     ໂອກາດນີ້, ຍັງໄດ້ຮັບຊົມການ ສາຍສາລະຄະດີ 2 ເລື່ອງຄື: ສາລະຄະດີ ຫົນທາງສູ່ການເປັນ ພະພຸດທະເຈົ້າ ແລະ ດິນແດນ ແຫ່ງ ພະພຸດທະເຈົ້າ ເຊິ່ງ
ເປັນສາລະຄະດີ ທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດ ສາດສະໜາພຸດ ທີ່ປະຊາຊົນລາວ ແລະ ອິນເດຍ ສັດທາເຊື່ອຖືມາແຕ່ສະຕະວັດທີ 14 ຈົນ
ເຖິງປັດຈຸບັນ.