ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 661 ເປີດຊຸດອົບຮົມຫັດແອບ ປະຈຳປີ 2017

     ກອງພັນໃຫຍ່ 661 ເປີດຊຸດອົບຮົມຫັດແອບການເມືອງ, ການທະຫານ ແລະພະລາທິການເຕັກນິກວິ ຊາສະເພາະ ປະຈຳປີ 2017 ໃນວັນທີ 3 ມີນານີ້,
ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະ
ພັກ-ຄະນະບັນຊາ ພະນັກງານ-ນັກຮົບພາຍໃນກົມກອງ ແລະແຂກອ້ອມຂ້າງທີ່ຖືກເຊີນເຂົ້າຮ່ວມ.

                            
                                                                           ພົນຈັດຕະວາ ຈັນທອງ ສອນຕະອາດ ເປັນປະທານເປີດຊຸດອົບຮົມຫັດແອບ ປະຈຳປີ 2017

     ພັນໂທ ພູວົງ ທິບພະຈອນ ຫົວໜ້າພະແນກເສນາທິການກອງພັນ ໄດ້ຜ່ານແຜນການອົບຮົມຫັດແອບ ເຊິ່ງມີພາກການເມືອງ, ພາກການທະຫານ, ວິ
ຊາສະເພາະເຕັກນິກການບັນຊາລົດຕັງ-ຍານເກາະ ແລະພະລາທິການ ການອົບຮົມຫັດແອບໃນຄັ້ງນີ້ກໍເພື່ອເປັນການຍົກລະດັບໃຫ້ນາຍ ແລະພົນທະຫານ
ມີຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະເຫຼົ່າຮົບລົດຕັງ-ຍານເກາະ, ອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງເຊື່ອມຊຶມຕໍ່
ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ໄປຄຽງຄູ່ກັບການເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານກຳລັງກາຍ ມີຄວາມອົດທົນໜຽວແໜ້ນ ກຽມ
ພ້ອມເຮັດສຳເລັດໜ້າທີ່ການເມືອງຂອງຕົນ ຕາມຫຼັກສູດການອົບຮົມຫັດແອບທັງທິດສະດີ ແລະພາກປະຕິບັດຕົວຈິງ ໂດຍໃຊ້ເວລາ 120 ວັນ.

     ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ໄດ້ໂອ້ລົມ ແລະໃຫ້ທິດຊີ້ນຳບາງບັນຫາໃນໄລຍະຈັດຕັ້ງອົບຮົມຫັດແອບ ໂດຍສະເພາະຄະນະຮັບຜິດຊອບ
ແລະຄູອາຈານຕ້ອງຍົກສູງຄວາມຮັບຜິດຊອບ, ມີລະບຽບວິໄນ, ມີຄວາມສາມັກຄີເປັນເຈົ້າການຊີ້ນຳ-ນຳພາເຂົ້າໃນການອົບຮົມຫັດແອບໃນຄັ້ງນີ້ໄດ້ຮັບຜົນ ດີຕາມແຜນ ການຄາດໝາຍທີ່ວາງໄວ້ທັງຮັບປະກັນຄວາມປອດໄພ 100%.