ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຖາບັນການຢາ-ການແພດພື້ນເມືອງ ເປີດນຳໃຊ້ຢ່າງເປັນທາງການ

     ພິທີເປີດນຳໃຊ້ສະຖາບັນການຢາ-ການແພດພື້ນເມືອງກອງທັບຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2017 ນີ້, ຢູ່ທີ່ບ້ານໂພນສີນວນ
ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າຈາກບັນດາກະຊວງ, ກົມໃຫຍ່, ອຳນາດການປົກ ຄອງເມືອງບັນດາກົມກອງ
ຫ້ອງການ, ບໍລິສັດ , ພະນັກງານອາວຸໂສບໍານານເຂົ້າຮ່ວມ.

                            
                                                                    ພົນຕີ ວິໄລ ຫຼ້າຄໍາຟອງ ເປັນປະທານພິທີເປີດນຳໃຊ້ສະຖາບັນການຢາ-ການແພດພື້ນເມືອງກອງທັບ

     ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະ ມົນຕີກະຊວງປ້ອງກັນປະເທດສະບັບເລກທີ 4625 ລົງວັນ 30 ພະຈິກ 2016 ວ່າດ້ວຍການຍົກຊື່ຈາກ “ ໂຮງ
ງານຜະລິດຢາ 104 ” ຂື້ນເປັນ “ ສະຖາບັນການຢາ-ການແພດພື້ນເມືອງກອງທັບ”, ເຊິ່ງການຈັດຕັ້ງ ແລະການເຄື່ອນໄຫວຂອງສະຖາບັນການຢາ-ການແພດ
ພື້ນເມືອງກອງທັບ” ເປັນອົງການຈັດຕັ້ງໜຶ່ງທີ່ຂຶ້ນໂດຍກົມໃຫຍ່ພະລາທິການກອງທັບໂດຍກົງ, ໂດຍເຄື່ອນໄຫວພາຍໃຕ້ການຄຸ້ມຄອງທາງດ້ານວິຊາສະ
ເພາະເຕັກນິກຂອງກົມເສນາຮັກທີ່ມີພາລະບົດບາດຄື: ສຶກສາຄົ້ນຄວ້າວິໄຈ ແລະພັດທະນາວຽກງານວິທະຍາສາດການຢາ-ການແພດພື້ນເມືອງ ແລະເຮັດ
ໜ້າທີ່ຮັບປະກັນໃນການຜະລິດ, ສະໜອງດ້ານຢາ ແລະເຄື່ອງໃຊ້ການແພດໃຫ້ແກ່ກອງທັບ ໂດຍຖືເອົາວຽກງານພັດທະນາຊັບພະຍາກອນມະນຸດເປັນສໍາ
ຄັນໄປຄຽງຄູ່ກັບວິິທະຍາສາດເຕັກໂນໂລຊີທີ່ກ້າວໜ້າທັນສະໄໝ.

     ໂອກາດເປີດນຳໃຊ້ສະຖາບັນ ຢ່າງເປັນທາງການນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນໂອ້ລົມ ແລະກ່າວເນັ້ນໜັກບາງບັນຫາ
ເຊິ່ງກ່ອນອື່ນໝົດແມ່ນຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ ພະນັກງານທັງໝົດພາຍໃນສະຖາບັນຕ້ອງເພິ່ມທະວີຄວາມສາມັກຄີເປັນເອກະພາບ, ປະຕິ
ບັດແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕນໍາພາເປັນໝູ່ຄະນະ, ມອບໝາຍບຸກຄົນຮັບຜິດຊອບຢ່າງແທ້ຈິງ ໄປຄຽງຄູ່ກັບການສຶກ
ສາອົບຮົມການເມືອງແນວຄິດໃຫ້ພະນັກງານວິຊາການ ແລະນັກຮົບໃນທົ່ວສະຖາບັນທຸກຄົນຮັບຮູ້ເຊື່ອມຊຶມຢ່າງເລິກເຊິງຕໍ່ແນວທາງນະໂຍບາຍຂອງພັກ,
ລະບຽບກົດໝາຍຂອງລັດທາດຂອງແທ້ຈັນຍາບັນການຢາ-ການແພດ ແລະມູນເຊື້ອຮີດຄອງອັນດີງາມຂອງຊາດ.