ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດກອງປະຊຸມສໍາມະນາວຽກງານ ກໍ່ສ້າງກຳລັງດ້ານການຈັດຕັ້ງ ແລະ ປະກອບການ


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ເປັນປະທານ

     ກອງປະຊຸມສໍາມະນາວຽກງານກໍ່ສ້າງກຳລັງ ກອງທັບປະຊາຊົນລາວ ດ້ານການຈັດຕັ້ງ ແລະ ການປະກອບໄດ້ສຳເລັດລົງໃນ ວັນທີ 6 ກຸມພາ 2020 ນີ້, ທີ່ສະໂມສອນ
ກົມໃຫຍ່ການເມືອງກອງທັບ, ພາຍຫຼັງດໍາ ເນີນມາເປັນເວລາ 3 ວັນ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດ
ຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະບັນຊາ, ພະນັກງານວິຊາການຈາກອົງການ
ອ້ອມຂ້າງກະຊວງ ແລະ ກົມກອງກໍາລັງຫຼວງ-ກຳລັງທ້ອງຖິ່ນເຂົ້າຮ່ວມ.

     ສະຫາຍ ພັນເອກ ສົມພອນ ມິດຕະພອນ ກຳມະການຄະນະ ພັກກົມໃຫຍ່ເສນາທິການກອງທັບ, ຫົວໜ້າ ກົມກຳລັງພົນກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບວຽກ
ງານກໍ່ສ້າງກໍາລັງດ້ານການຈັດຕັ້ງ ແລະ ການປະກອບແຜນຍຸດທະສາດປັບປຸງກໍ່ສ້າງກຳລັງດ້ານການຈັດຕັ້ງ ແລະ ການປະກອບໃນ 5 ປີ ຕໍ່ໜ້າ 2021- 2025 ກໍຄືບັນດາ
ຫົວຂໍ້ສຳມະນາທີ່ໄດ້ຍົກຂຶ້ນມາສົນທະນາແລກປ່ຽນໃນກອງປະຊຸມຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ ໂດຍໄດ້ຍົກໃຫ້ເຫັນເຖິງສະພາບຄວາມເປັນຈິງ ຂອງບັນດາກົມກອງ
ກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນກອງທັບ ແມ່ນບົດຮຽນທີ່ໄດ້ຮັບຈາກການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າ ກຳນົດທິດທາງແຜນ
ການຍຸດທະສາດ ປັບປຸງກໍ່ສ້າງກໍາລັງກອງທັບ ໃນຊຸມປີຕໍ່ໜ້າຢ່າງຖືກ ຕ້ອງພາວະວິໄສ, ເພື່ອສືບຕໍ່ເປັນກໍາລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບທົ່ວປວງຊົນ ຮອບດ້ານຂອງພັກ, ຮັບປະກັນຄວາມມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ປະເທດຊາດມີຄວາມສະຫງົບ ປອດໄພ, ຮັກສາ
ໄດ້ອໍານາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ຢ່າງໝັ້ນຄົງ, ສືບຕໍ່ປັບປຸງກໍ່ສ້າງ ກອງທັບປະຊາຊົນລາວ ໃຫ້ກ້າວຂຶ້ນເປັນ ກອງທັບປະຕິວັດທີ່ມີແບບ
ແຜນ ແລະ ທັນສະໄໝ.

     ໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ກ່າວປິດ ກອງປະຊຸມ ເຊິ່ງສະຫາຍ ໄດ້ກ່າວວ່າ: ຈາກສະພາບການດັ່ງກ່າວນັ້ນມັນຮຽກຮ້ອງ
ໃຫ້ພວກເຮົາຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ບັນດາຂໍ້ຄົງຄ້າງຕ່າງໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການຍຸດທະສາດກໍ່ສ້າງກໍາລັງກອງທັບ ດ້ານການຈັດງຕັ້ງ ແລະ ການ
ປະກອບໃນ 5 ປີ ຕໍ່ໜ້າ (2021-2025) ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າກໍານົດແຜນການຍຸດທະສາດ ກໍ່ສ້າງກໍາລັງກອງ
ທັບ ດ້ານການຈັດຕັ້ງ ແລະ ການປະກອບ ແຕ່ປີ 2021-2025 ໂດຍມອບໃຫ້ກົມກໍາລັງພົນ ກົມໃຫຍ່ເສນາທິການ ເປັນໃຈກາງໃນການປະສານກັບບັບດາກົມເຫຼົ່າຮົບ ໃນ
ການກໍານົດດ້ານໂຄງປະກອບການຈັດຕັ້ງ ແລະ ການປະກອບອາວຸດໃນກອງທັບ, ໃນນີ້ໃຫ້ເລັ່ງໃສ່ສ້າງໃຫ້ໄດ້ຫົວໜ່ວຍກົມກອງຂັ້ນຍຸດທະສາດ, ປະກອບພາຫະນະອາວຸດ
ໃຫ້ເຫຼົ່າຮົບສູ້ຮົບ ແລະ ເຫຼົ່າຮົບຮັບປະກັນສູ້ຮົບຕາມທິດກະທັດຮັດ ແລະ ມີດ້ານທັນສະໄໝ ເພື່ອກຽມພ້ອມຕອບໂຕ້ ແລະ ຮອງຮັບສະຖານະການໃນປັດຈຸບັນ ແລະ ອະນາ
ຄົດ, ສະນັ້ນຮຽກຮ້ອງບັນດາ ສະຫາຍ ທີ່ເປັນຕົວແທນຈາກບັນດາອົງການ, ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ທີ່ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ຈົ່ງພ້ອມກັນນໍາເອົາເນື້ອ
ໃນຈິດໃຈຂອງກອງປະຊຸມໃນ ຄັ້ງນີ້ໄປຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານປັບປຸງກໍ່ສ້າງກໍາລັງດ້ານການຈັດຕັ້ງ ແລະ ການປະກອບຕົວຈິງຢູ່ ອົງການ
ກົມກອງຂອງຕົນໃຫ້ຖືກຕ້ອງເໝາະສົມ ແລະ ມີຜົນສໍາເລັດຕົວຈິງ.