ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່ຫົວໜ້າກົມແຜນການ-ການເງິນ

     ໃນຕອນເຊົ້າວັນທີ 3/1/2017 ນີ້, ຢູ່ທີ່ຫ້ອງປະຊຸມກົມແຜນການ-ການເງິນ ກົມໃຫຍ່ພະລາທິການ ກອງທັບ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງຜູ້
ເກົ່າ ແລະໃໝ່, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ປອ ວົງສັກ ພັນທະວົງ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ
ຄະນະບັນຊາ, ພະແນກການ, ພະນັກງານພາຍໃນກົມກອງເຂົ້າຮ່ວມ.

                                
                                                          ພົນຈັດຕະວາ ປອ ວົງສັກ ພັນທະວົງ ເຂົ້າຮ່ວມເປັນປະທານມອບ-ຮັບໜ້າທີ່ຫົວໜ້າກົມແຜນການ-ການເງິນ

     ໃນພິທີ ທ່ານ ພົນຈັດຕະວາ ຄຳແດງ ແພງວິໄລ ຫົວໜ້າກົມແຜນການ-ການເງິນ ຜູ້ເກົ່າ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະຜ່ານ
ມາຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ໃນຊ່ວງໄລຍະທີ່ຜ່ານມາສາມາດຮັບປະກັນປະຕິບັດແຜນງົບປະມານໄດ້ຕາມແຜນເງິນ ແລະແຜນວຽກຂອງກະຊວງໄດ້
ດີຕະຫຼອດມາ, ຈາກນັ້ນກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ທ່ານ ພົນຈັດຕະວາ ຄຳແດງ ແພງວິໄລ ຫົວໜ້າກົມແຜນການ-ການເງິນຜູ້ເກົ່າ, ພັນ
ເອກ ຄຳພັນ ຂຸນນາລາ ຫົວໜ້າກົມແຜນການ-ການເງິນຜູ້ໃໝ່ ຕາມມະຕິຕົກ ລົງຂອງຄະນະພັກຂັ້ນເທິງ.

     ທ່ານ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກໍໄດ້ໂອ້ລົມໃນທີ່ປະຊຸມ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ, ພະນັກງານພາຍໃນກົມກອງ ໂດຍສະ
ເພາະຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດພະນັກງານ-ນັກຮົບພາຍໃນກົມກອງ ປັບປຸງແບບແຜນວິທີເຮັດວຽກ
ດຳລົງຊີວິດປອດໃສເຮັດວຽກແບບລວມສູນປະຊາທິປະໄຕ, ເອກະພາບໃນໝູ່ຄະນະພັກ, ຕັດສິນແກ້ໄຂບັນຫາຄົງຄ້າງ ແລະສືບຕໍ່ປັບປຸງກໍ່ສ້າງກົມກອງຮາກ
ຖານເຂັ້ມແຂງໜ່ວຍພັກ-ຮູ້ນຳພາຮອບດ້ານ.