ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ
ປະຈຳປີ 2016 ຂອງກົມໃຫຍ່ການເມືອງກອງທັບ

     ກົມໃຫຍ່ການເມືອງກອງທັບ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳປີ 2016 ແລະ
ວາງແຜນທິດທາງ 2017 ໃນວັນທີ 2 ກຸມພາ 2017 ນີ້, ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ
ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ຫ້ອງການ, ບັນດາກອງ ແລະ
ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ການເມືອງເຂົ້າຮ່ວມ.

                                
                                                  ພົນຈັດຕະວາ ສອນທອງ ພົມລາວົງ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈຳປີ 2016

     ພັນເອກ ອີນກອງ ວຽງດາວົງ ຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ ກໍໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ
ໃນປີ 2016 ທີ່ຜ່ານມາ ເຊິ່ງສັງຮວມໄດ້ວ່າ: ແຕ່ລະຂົງເຂດ ວຽກງານໄດ້ຮັບການຈັດຕັ້ງປະຕິບັດບັນລຸໝາກຜົນໄດ້ຕາມຄາດໝາຍ, ມີຫຼາຍດ້ານ-ມີລັກສະ
ນະພົ້ນເດັ່ນ, ສາມາດເຮັດສຳເລັດໜ້າທີ່ເປັນເສນາທິການ ດ້ານວຽກງານພັກ-ວຽກງານການເມືອງແກ່ຄະນະພັກຂັ້ນເທິງດ້ວຍ ໝາກຜົນອັນດີ ໃນນີ້ອັນທີ່
ເປັນພື້ນຖານແມ່ນມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິບັດຂອງສະມາຊິກພັກ ພະນັກງານ-ນັກຮົບໄດ້ຮັບການຍົກສູງດີຂຶ້ນ, ມີຄວາມເປັນລະ
ບຽບຮຽບຮ້ອຍ ແຕ່ລະກົມກອງສາມາດເຮັດສຳເລັດໜ້າທີ່ວຽກງານວິຊາສະເພາະຂອງຕົນຕາມທິດທາງແຜນການ ແລະຕົວເລກຄາດໝາຍ ປະຈຳປີ 2016.
ກອງປະຊຸມຍັງກຳນົດທິດທາງແຜນການຄາດໝາຍສູ້ຊົນ ປະຈຳປີ 2017 ໂດຍໄດ້ກຳນົດຄາດໝາຍສູ້ຊົນແຕ່ລະໜ້າວຽກຢ່າງມີຈຸດສຸມ ແລະໄດ້ຮັບຟັງການ
ປະກອບຄຳຄິດຄຳເຫັນຂອງບັນດາກົມ, ຫ້ອງການ ແລະກອງ ດ້ວຍບັນຍາກາດດີ.

     ໃນການໂອ້ລົມຕໍ່ກອງປະຊຸມ ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ຍັງໄດ້ເນັ້ນໃຫ້ຄະນະພັກຄະບັນຊາບັນດາກົມ, ຫ້ອງການ ແລະກອງ ສືບຕໍ່
ປະຕິບັດວຽກງານໃນປີ 2017 ທີ່ໄດ້ກຳນົດໄວ້ໃຫ້ບັນລຸຜົນສຳເລັດ ໂດຍຖືເອົາວຽກງານສຶກສາອົບຮົມກາເມືອງນຳພາແນວຄິດເປັນກົກ ແລະຍົກລະດັບ
ຄວາມຮູ້ຄວາມສາ ມາດທາງດ້ານວຽກງານວິຊາສະເພາະເປັນສຳຄັນ ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ
ໃຫ້ບັນລຸໝາກຜົນຕົວຈິງ.