ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດເຜີຍແຜ່ຜົນສຳເລັດກອງປະຊຸມ
ສຸດຍອດອາຊຽນ ຄັ້ງທີ 28-29 ແລະ ວັນການທູດລາວ ຄົບຮອບ 71 ປີ

     ໃນວັນທີ 3 ກຸມພາ 2017 ນີ້, ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ແລະປາຖະກະຖາຂອງ ທ່ານ ພົນຕີ ອ່ອນສີ ແສນ
ສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຊິ່ງມີຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ນາຍທະຫານຂັ້ນ
ສູງ, ຂັ້ນກາງຈາກບັນດາອົງການ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ

                                
                                                           ພົນຕີອ່ອນສີ ແສນສຸກ ເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ແລະ ວັນການທູດລາວ ຄົບຮອບ 71 ປີ

     ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຍົກໃຫ້ເຫັນຜົນສຳເລັດການເປັນປະທານກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 28-29 ແລະບັນດາ
ກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆທີ່ ສປປ ລາວ ເປັນເຈົ້າພາບ, ການເປັນປະທານອາຊຽນຂອງ ສປປ ລາວໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ
ເພາະເປັນປີທຳອິດທີ່ອາຊຽນໄດ້ກາຍເປັນປະຊາຄົມອາຊຽນ ແລະເປັນປີທຳອິດຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາ ຊຽນ 2025, ເຊິ່ງໄດ້ວາງຄຳ
ຂວັນວິໄສທັດໃຫ້ເປັນຮູບປະທຳເພື່ອຄວາມເຂັ້ມແຂງປະຊາຄົມອາຊຽນ, ເພື່ອຜັນ ຂະຫຍາຍເນື້ອໃນຄຳຂວັນດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດຍັງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນການທູດລາວຕະຫຼອດໄລຍະ 71 ຜ່ານມາ ເຊິ່ງໄດ້ມີການເຄື່ອນໄຫວວຽກງານຕ່າງປະເທດ
ຢ່າງເປັນເຈົ້າການ ແລະມີຫຼັກການຂອງພັກເຮັດໃຫ້ຖານະບົດບາດຂອງປະເທດເຮົາພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ.