ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບ ຍ້ອງຍໍຜົນງານບັ້ນຫັດແອບການທະຫານ


ທ່ານພົນຕີ ແອສະໄໝ ເລືອງວັນໄຊ ເຂົ້າຮ່ວມບັ້ນຫັດແອບການທະຫານຂອງກົມໃຫຍ່ເຕັກນິກກອງທັບ

     ພິທີປະດັບຫຼຽນໄຊ ແລະມອບໃບຍ້ອງຍໍໃຫ້ແກ່ຮວມໝູ່ ແລະບຸກຄົນທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມບັ້ນຫັດແອບການທະຫານຂອງກົມໃຫຍ່
ເຕັກນິກກອງທັບ ໄດ້ຈັດຂຶ້ນໃນທ້າຍເດືອນມັງກອນຜ່ານມານີ້, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ.

     ໃນຈຳນວນຮວມໝູ່ ແລະພະນັກງານ-ນັກຮົບທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ ມີກົມໃຫຍ່ເຕັກນິກກອງທັບໄດ້ຮັບຫຼຽນໄຊພິລາດອາດຫານຊັ້ນ II ແລະ
ບຸກຄົນ 19 ສະຫາຍ, ຫຼຽນໄຊພິລາດອາດຫານຊັ້ນ III 35 ສະຫາຍ ແລະໃບຍ້ອງຍໍກະຊວງປ້ອງກັນປະເທດ 6 ສະຫາຍ.

     ໂອກາດນີ້, ທ່ານພົນຕີ ແອສະໄໝ ເລືອງວັນໄຊ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີີ່ຍາດມາໄດ້ໃນບັ້ນອົບຮົມຫັດແອບໃນຄັ້ງນີ້ ເຖິງແມ່ນ
ວ່າຈະມີຄວາມຫຍຸ້ງຍາກສັບສົນທຸກຄົນກໍໄດ້ມີຄວາມຕັດສິນໃຈສູງ ເຮັດສຳເລັດໜ້າທີ່ຕາມການມອບໝາຍເປັນຢ່າງດີ.