ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ບັນຊາການທະຫານສູງສຸດ ແຫ່ງຣາຊະອານາຈັກໄທຢ້ຽມຢາມລາວ

     ທ່ານ ພົນເອກ ສຸຣະພົງ ສຸວັນນະອັດ ຜູ້ບັນຊາການທະຫານສູງສຸດ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມມິດຕະພາບຢູ່ ສປປ
ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 6-7 ກຸມພາ ນີ້, ພິທີຕ້ອນຮັບທາງການໄດ້ຈັດຂຶ້ນທີ່ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງ ທ່ານ ພົນ
ຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.

                                
                                                             ທ່ານພົນຕີ ສຸວອນ ເລືອງບຸນມີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ແຫ່ງຣາຊະອານາຈັກໄທ

     ໂອກາດນີ້, ທັງສອງຝ່າຍກໍໄດ້ພົບປະແລກປ່ຽນສະພາບເຊິ່ງກັນ ແລະກັນ ໃນບັນຫາທີ່ທັງສອງຝ່າຍມີ ຄວາມສົນໃຈຮ່ວມກັນ, ການແລກປ່ຽນຄະນະ
ຜູ້ແທນຂັ້ນສູງຂອງທັງສອງຝ່າຍ, ເສີມສ້າງການຮ່ວມມືທາງດ້ານເສດຖະກິດທີ່ດີ ກໍຄືການສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ຕະຫຼອດຮອດການ
ພົວພັນ ຮ່ວມມືລະຫວ່າງກອງທັບປະຊາຊົນລາວ ແລະກອງທັບໄທ ໂດຍສະເພາະການຮ່ວມມືໃນດ້ານການຊ່ວຍເຫຼືອດ້ານມະນຸດສະທຳ, ການຕ້ານໄພພິ
ບັດທາງທຳມະຊາດ ແລະຂອດການຮ່ວມມືໃນຂອບຂອງກອງປະຊຸມອາຊຽນ ລວມທັງບັນຫາປິ່ນອ້ອມອື່ນໆທີ່ທັງສອງຝ່າຍມີຄວາມສົນໃຈ.

     ໃນໂອກາດນີ້ ຜູ້ບັນຊາການທະຫານສູງສຸດ ແຫ່ງຣາຊະອານາຈັກໄທ ແລະຄະນະ ຍັງໄດ້ເດີນທາງໄປວາງພວງມາລາທີ່ອະນຸສາວະລີນັກຮົບປະຕິວັດ,
ເຂົ້າຢ້ຽມຂໍ່ານັບ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.