ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ສະຫຼຸບຖອດຖອນບົດຮຽນຜົນສຳເລັດ ການດຳເນີນກອງປະຊຸມໃຫຍ່ຄັ້ງທີ IV


ສະຫາຍ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ ກໍາມະການ ຄະນະພັກກະຊວງປ້ອງກັນປະເທດ ເປັນປະທານ

     ໃນວັນທີ 2 ມັງກອນ ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜົນສຳເລັດໃນການກະກຽມຈັດຕັ້ງ ດຳເນີນ
ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງ ຄະນະພັກ ວປກ ໂດຍ ການເຂົ້າຮວ່ມເປັນປະທານຂອງ ສະຫາຍ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ ກໍາມະການ ຄະນະພັກ ກະຊວງປ້ອງກັນປະ
ເທດ, ເລຂາ ຄະນະພັກ, ຫົວໜ້າການເມືອງ ວປກ. ມີຄະນະພັກ-ຄະນະອຳນວຍການ, ຄະນະພັກ, ຄະນະບັນຊາ 12 ຫົວໜ່ວຍ, ອານຸກໍາມະການຮັບຜິດຊອບການກະກຽມ
ກອງປະຊຸມໃຫຍ່ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮວ່ມ.

     ສະຫາຍ ພັນເອກ ປອ ສົມພອນ ສີສຸວັນນະ, ຄະນະປະຈຳພັກ, ຮອງຫົວໜ້າ ການເມືອງ, ຫົວໜ້າກົມການເມືອງ ວປກ ໄດ້ໃຫ້ຮູ້ວ່າ: ການກະກຽມດຳເນີນກອງປະຊຸມ
ໃຫຍ່ຜູ້ແທນຄັ້ງທີ IV ຂອງອົງຄະນະພັກ ວປກ ແມ່ນເລີ່ມປະຕິບັດມາແຕ່ເດືອນ ມີນາ 2019 ຈົນຮອດມື້ຈັດຕັ້ງດໍາເນີນກອງປະຊຸມໃຫຍ່ເປັນທາງການ ໃນວັນທີ 17 ທັນ
ວາ 2019 ທີ່ຜ່ານມາ. ຜ່ານການປະຕິບັດຕົວຈິງເຫັນວ່າມີຜົນສໍາເລັດຫຼາຍດ້ານຄື: ຄະນະພັກຂັ້ນຕ່າງໆ ໄດ້ເປັນເຈົ້າການເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິຄໍາສັ່ງ
ແນະນໍາຂອງ ຄະນະພັກ ວປກ ໂດຍ ແຕ່ງຕັ້ງອານຸກໍາມະການຮັບຜິດຊອບພາກສ່ວນຕ່າງໆ ເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຈັດຕັ້ງດຳເນີນກອງປະຊຸມໃຫຍ່
ຂັ້ນຂອງຕົນ. ບັນດາອານຸກໍາມະການທີ່ໄດ້ຮັບການແຕ່ງຕັ້ງໄດ້ເຄື່ອນໄຫວຕາມໜ້າທີ່ຂອງຕົນ ຢ່າງມີຄວາມຮັບຜິດຊອບສູງໂດຍ ສະເພາະໄດ້ຍູ້ແຮງເຄື່ອນໄຫວວຽກງານ
ສຶກສາອົບຮົມການເມືອງ-ນຳພາແນວຄິດ, ໄດ້ຈັດຕັ້ງເປັນຊຸດ, ທົ່ວວິທະຍາຄານຈັດຕັ້ງເປັນສອງຊຸດ. ແຕ່ລະກົມກອງໄດ້ເປີດຂະບວນການ ຕ່າງໆ ເພື່ອສ້າງຜົນງານຂໍ່ານັບ
ຮັບຕ້ອນກອງປະຊຸມໃຫຍ່ ດ້ວຍການຈັດກິດຈະກຳຫຼາຍຮູບການຢ່າງເປັນຂະບວນຟົດຟື້ນເປັນຕົ້ນແມ່ນ ຂະບວນການ ກີລາ, ສິລະປະ-ວັນນະຄະດີ, ກິດຈະກໍາຖາມ-ຕອບ
ຄວາມຮູ້ຮອບ ຕົວ, ວຽກງານປະດັບປະດາ, ຂະບວນການອະນາໄມ, ຂະບວນການສວນສະໜາມ, ຂະບວນການຫັດແອບລະບຽບວິຊາງົດງາມ, ເຝິກແອບມວຍລາຍລາວ,
ເຕັ້ນ ແອໂລບິກ, ເພື່ອສຸຂະພາບ, ຂະບວນການຈັດຕັ້ງອວຍພອນກອງປະຊຸມໃຫຍ່ ແລະ ອື່ນໆ ເຮັດໃຫ້ທົ່ວວິທະຍາ ຄານມີບັນຍາກາດຟົດຟື້ນ. ດ້ານບຸກຄະລາກອນໄດ້ດຳ
ເນີນການທາບທາມຢັ່ງຫາງສຽງຄັດເລືອກເອົາບຸກຄະລາກອນສະໝັກເຂົ້າໃນ ຄະນະບໍລິຫານງານພັກ ວປກ ຊຸດໃໝ່ໄດ້ທາບທາມຄົບ 3 ຮອບ, ຮັບປະກັນລັກສະນະສືບ
ທອດປ່ຽນແທນໄດ້ຢ່າງຕໍ່ເນື່ອງ ເປົ້າ ໝາຍລົງສະໝັກເລືອກຕັ້ງເຂົ້າໃນຄະນະພັກຊຸດໃໝ່ສ່ວນຫຼາຍ ແມ່ນຄັດເລືອກໄດ້ຕາມທິດ ແລະ ເປົ້າໝາຍຂັ້ນເທິງກໍານົດ ແລະ ບັນ
ຍາກາດໃນການຈັດຕັ້ງດໍາເນີນກອງປະຊຸມ, ຮັກສາໄດ້ຕາມກໍານົດເວລາກອງປະຊຸມ ທີ່ໄດ້ກໍານົດດ້ານເນື້ອໃນເອກກະສານເຫັນວ່າຄົບຖ້ວນສົມບູນ, ຖືກຕ້ອງຕາມລະບຽບ
ການວຽກງານຮັບປະກັນໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ສາມາດຮັບປະກັນໄດ້ທາງດ້ານງົບປະມານຮັບໃຊ້ໃຫ້ແກ່ວຽກງານຕ່າງໆເປັນຕົ້ນ: ວຽກງານປະດັບປະດາກະ
ກຽມສະຖານທີ່, ວັດຖຸຮັບໃຊ້ກອງປະຊຸມທີ່ຈໍາເປັນໃນຕະຫຼອດໄລຍະຫັນພາວະກຽມພ້ອມສູ້ຮົບກໍຄືຈັດຕັ້ງກະກຽມປ້ອງກັນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ
ວປກ ແມ່ນມີຂະບວນຟົດຟື້ນ, ບໍ່ມີເຫດການເກີດຂຶ້ນຢູ່ພາຍໃນ ແລະ ຂອບເຂດຮັບຜິດຊອບ, ເຮັດໃຫ້ກອງປະຊຸມ ແລະ ພິທີງານລ້ຽງມີຄວາມສະຫງົບ, ປອດໄພ 100%.

     ໃນພິທີບັນດາຜູ້ເຂົ້າຮວ່ມໄດ້ປະກອບຄໍາຄິດຄໍາເຫັນໃສ່ແຕ່ລະດ້ານ ໂດຍສະເພາະດ້ານທີ່ເຫັນວ່າເຮັດບໍ່ທັນດີເພື່ອພ້ອມກັນປັບປຸງແກ້ໄຂເຮັດໃຫ້ກອງປະຊຸມໃຫຍ່ຄັ້ງຕໍ່
ໄປ ໃຫ້ມີຜົນສຳເລັດດີ ຂຶ້ນກວ່າເກົ່າ ແລະ ຕອນທ້າຍ ສະຫາຍ ປະທານ ຍັງໄດ້ເນັ້ນໜັກບັນດາວຽກງານທີ່ຈະຕ້ອງໄດ້ສືບຕໍ່ຄື: ຄົ້ນຄວ້າໝູນໃຊ້ບົດຮຽນ ແລະ ຜົນສໍາເລັດ
ໃຫ້ເຂົ້າສູ່ໜ້າວຽກຂອງຕົນໃຫ້ມີປະສິດທິຜົນກວ່າເກົ່າ ສະຫຼຸບລາຍງານໝາກຜົນຂອງການດໍາເນີນກອງປະຊຸມໃຫຍ່ໃຫ້ ກະຊວງປ້ອງກັນປະເທດ ສ້າງເປັນປຶ້ມກອງປະຊຸມ
ໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ວປກ, ສືບຕໍ່ຂະບວນການອະນາໄມສະຖານທີ່ ໃຫ້ກາຍເປັນຄວາມຊິນເຄີຍໃຫ້ເປັນປົກກະຕິການຈັດຕັ້ງກິດຈະກໍາບົວລະບັດຮັກສາ ແລະ
ປູກດອກໄມ້ໃຫ້ຂຽວສົດງົດງາມ ແລະ ສືບຕໍ່ຈັດຕັ້ງສ້າງຂະບວນການໃຫ້ຟົດຟື້ນມ່ວນຊື່ນ.