ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວາງສະ​ແດງ​ສິນຄ້າ​ຜະລິດ​ຕະພັນ​ຂອງ​ກອງທັບ
ເພື່ອ​ສະ​ເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ກອງທັບ
ຄົບຮອບ 70


ພິທີ​​ເປີດງານ​ວາງສະ​ແດງ​ສິນຄ້າ​ກອງທັບ.

     ກະຊວງປ້ອງກັນປະເທດໄດ້ຈັດງານວາງສະແດງສິນຄ້າຜະລິດຕະພັນຂອງກອງທັບ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໃນຕອນ
ບ່າຍຂອງວັນທີ 4 ມັງກອນ 2019 ນີ້, ຢູ່ທີ່ເດີ່ນພະທາດຫຼວງນະຄອນຫຼວງວຽງຈັນໂດຍການເປັນປະທານ ຂອງທ່ານພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ
ຮອງລັດຖະມົນຕີຫົວຫນ້າກົມໃຫຍ່ເສນາທິການກອງທັບ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງ
ນະຄອນຫຼວງວຽງຈັນ, ທ່ານ ສຈປອ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍບັນດາທ່ານລັດຖະມົນຕີ, ຮອງ
ລັດຖະມົນຕີ, ຕາງຫນ້າຈາກບັນດາກະຊວງ, ອົງການ, ນາຍທະຫານຂັ້ນສູງ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ທ່ານ ພົນຕີ ພູວົງ ວົງພົມ ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະຮັບຜິດຊອບງານວາງສະແດງສິນຄ້າຜະລິດຕະ
ພັນຂອງກອງທັບ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີໄດ້ໃຫ້ຮູ້ວ່າ: ງານວາງສະແດງສິນຄ້າຜະລິດຕະພັນກະສິກຳ, ອຸດສາຫະກຳທີ່ກອງທັບຜະລິດໄດ້
ໃນຄັ້ງນີ້ຈັດຂຶ້ນເພື່ອຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ (20 ມັງກອນ 1949 - 20 ມັງກອນ 2019) ເຊິ່ງມີບັນດາລັດວິສາຫະກິດ,
ຫົວໜ່ວຍທຸລະກິດ ແລະ ສູນຜະລິດກະສິກຳໃນກອງທັບນຳເອົາສິນຄ້າ ແລະ ຜະລິດຕະພັນຂອງຕົນມາຮ່ວມວາງສະແດງລວມທັງຫມົດ 43 ຫົວໜ່ວຍ, ຈຳນວນ 80
ກວ່າຮ້ານໂດຍສະເພາະແມ່ນເຄື່ອງອຸປະໂພກ, ຢາປົວພະຍາດ, ເຄື່ອງເອເລັກໂຕນິກ ແລະ ອື່ນໆ ເລີ່ມແຕ່ວັນທີ 4-9 ມັງກອນ 2019.

     ສະນັ້ນຈຶ່ງຂໍເຊີນຊວນບັນດານາຍ ແລະ ພົນທະຫານ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ໂດຍສະເພາະແມ່ນຊາວນະຄອນຫຼວງວຽງຈັນ, ແຂກທັງພາຍໃນ ແລະ ຕ່າງປະ
ເທດຈົ່ງເຂົ້າມາທ່ຽວມາຊົມ ແລະ ຊອກຊື້ສິນຄ້າຜະລິດ ຕະພັນຂອງກອງທັບໄປໃຊ້ສອຍ.

     ໃນຕອນທ້າຍຄະນະປະທານໄດ້ໃຫ້ກຽດຕັດແຖບຜ້າ ແລະ ປ່ອຍຫມາກປຸມເປົ້າເປີດງານວາງສະແດງສິນຄ້າຜະລິດຕະພັນຂອງກອງທັບ. ເພື່ອສະເຫຼີມສະຫຼອງວັນສ້າງ
ຕັ້ງກອງທັບ ຄົບຮອບ 70 ປີ ຢ່າງເປັນທາງການ.