ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລັດຖະທູດ
ຣັດເຊຍ ຄົນໃໝ່ ປະຈຳ ສປປ ລາວ


     ວັນທີ 5 ທັນວານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ
ທ່ານ ວາລາດີເມຍ ກາລີນິນ ເອກອັກຄະລັດຖະທູດຣັດເຊຍ ຄົນໃໝ່ປະຈຳສປປ ລາວ.

     ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ທູດຣັດເຊຍຄົນໃໝ່ປະຈຳລາວ, ເຊິ່ງ
ການມາປະຕິບັດໜ້າທີ່ການ ທູດໃນຄັ້ງນີ້ ເປັນບາດກ້າວໜຶ່ງຂອງການຮ່ວມມືສອງປະເທດ ລາວ-ຣັດເຊຍ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍ
ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ-ຣັດເຊຍ ທີ່ດີເຊິ່ງມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບຂະຫຍາຍຕົວ, ແຕກດອກ
ອອກຜົນຍິ່ງໆຂຶ້ນ. ສອງຝ່າຍໄດ້ປຶກສາຫາລື ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຈົ່ງສືບຕໍ່ໃນການສະໜັບສະໜູນພາຫະນະເຕັກນິກທາງດ້ານການທະຫານ, ບູລະ
ນະຊ້ອມແປງສະໜາມບິນທົ່ງໄຫຫີນໃຫ້ສຳເລັດ. ນອກຈາກນັ້ນ ທ່ານ ລັດຖະມົນຕີ ຍັງສະແດງຄວາມຢື້ຢາມຖາມຂ່າວ ແລະ ຂອບອົກຂອບໃຈຕໍ່ລັດຖະບານ ສະຫະພັນ
ຣັດເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອມາຕະຫຼອດເປັນຕົ້ນ ແມ່ນສະໜັບສະໜູນພາຫະນະເຕັກນິກ ທາງດ້ານການທະຫານ ແລະ ຊ່ວຍເຫຼືອເກັບກູ້ລະເບີດ
ເພື່ອມະນຸດສະທຳໃນໄລຍະຜ່ານມາ.

     ໂອກາດດັ່ງກ່າວ ທ່ານ ເອກອັກຄະລັດຖະທູດ ຣັດເຊຍ ຄົນໃໝ່ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບ
ອຸ່ນພ້ອມທັງໃຫ້ສັນຍາວ່າ ຈະສືບຕໍ່ສະໜັບສະໜູນ ແລະ ພ້ອມທີ່ຈະໃຫ້ຄວາມຊ່ວຍເຫຼືອຖ້າຫາກ ກອງທັບປະຊາຊົນລາວ ມີຄວາມຕ້ອງການ ແລະ ສືບຕໍ່ຮັດແໜ້ນສາຍພົວ
ພັນການຮ່ວມມືທີ່ດີລະຫວ່າງສອງຊາດສອງ ກອງທັບ ຣັດເຊຍ-ລາວ ໃຫ້ນັບມື້ຂະຫຍາຍຕົວ, ເຊິ່ງເປັນຂີດໝາຍອັນສຳຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ
ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມໃຫ້ດີຂຶ້ນເລືື້ອຍໆ.