ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເນັ້ນໃຫ້ກຳລັງທ້ອງຖິ່ນແຂວງຫຼວງພະບາງ
ບຸກທະລຸສ້າງກຳລັງໃຫ້ປອດໃສໜັກແໜ້ນເຂັ້ມແຂງທຸກດ້ານ

     ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ພົບປະ
ໂອ້ລົມຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການທະຫານແຂວງຫຼວງພະບາງ ໃນວັນທີ 1 ພະຈິກນີ້, ໃນໂອກາດທີ່ທ່ານ
ແລະ ນາຍທະຫານຂັ້ນສູງລົງເຄື່ອນໄຫວຊີ້ນຳວຽກງານຂະບວນການສ້າງຜົນງານຕ້ອນຮັບວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ ແລະ
ປັບປຸງການຈັດຕັ້ງຢູ່ບາງກົມກອງເຂດພາກເໜືອ.


ພົນໂທ ວິໄລ ຫຼ້າຄໍາຟອງ ພົບປະໂອ້ລົມຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການທະຫານແຂວ ງຫຼວງພະບາງ

     ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ກ່າວສະແດງຄວາມຊົມເຊີຍມານະຈິດປະຕິວັດບຸກຂອງພະນັກງານ-ນັກຮົບທົ່ວກອງບັນຊາການທະຫານແຂວງຫຼວງ
ພະບາງ. ທີ່ໄດ້ເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພື່ອຮັບປະກັນເຮັດໃຫ້ທ້ອງຖິ່ນແຂວງຫຼວງພະບາງມີ
ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໜັກແໜ້ນ. ທ່ານໄດ້ໃຫ້ທັດສະນະວ່າ: ແຂວງຫຼວງພະບາງ ເປັນແຂວງໜຶ່ງທີ່ກໍາລັງຜະເຊີນ
ໜ້າກັບສິ່ງທ້າທາຍທົດສອບຫຼາຍບັນຫາທີ່ສົ່ງຜົນກະທົບຕໍ່ການສ້າງສາພັດທະນາໂຄງລ່າງພື້ນຖານເສດຖະກິດວັດທະນະທໍາ-ສັງຄົມ ແຕ່ເຖິງຢ່າງໃດກໍຕາມ
ຄະນະພັກ, ອໍານາດການປົກຄອງແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ແລະ ພະນັກງານ-ນັກຮົບຢູ່ແຕ່ລະກົມກອງຮາກຖານ ກໍໄດ້
ເປັນເຈົ້າການປະຕິບັດໜ້າທີ່ການເມືອງຂອງຕົນປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກມີຜົນສໍາເລັດດ້ວຍປະ
ສິດທິພາບສູງ ແລະ ສາມາດຮັກສາຄວາມສະຫງົບປອດໄພໄດ້ 100 %.

     ໂອກາດນີ້ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ຍັງໄດ້ຍົກໃຫ້ເຫັນສະພາບການຕ່າງໆທີ່ເກີດຂຶ້ນຢູ່ພາກພື້ນ ແລະ ໃນໂລກທີ່ມີການຜັນແປຢ່າງສະຫຼັບສັບ
ຊ້ອນ ແລະ ສົ່ງຜົນກະທົບຕໍ່ການພັດທະນາທາງດ້ານເສດຖະກິດວັດທະນະທໍາ-ສັງຄົມຂອງປະເທດເຮົາ ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່
ລະຂັ້ນ ແລະ ພະນັກງານ-ນັກຮົບຕ້ອງໄດ້ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີທັດສະນະຫຼັກໝັ້ນ
ຊົນຊັ້ນກໍາມະກອນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ດໍາລົງຊີວິດດ້ວຍຄວາມປອດໃສຂາວ
ສະອາດ, ເປັນເຈົ້າການພັດທະນາປັບປຸງຕົນເອງ ຢ່າງຮອບດ້ານ ພ້ອມກັນບຸກທະລຸເຂົ້າໃນການປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກ
ດ້ານກ້າວຂຶ້ນຕາມທິດສ້າງກອງທັບປະຕິວັດມີແບບແຜນທັນສະໄໝເທື່ອລະກ້າວ.