ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງປະທານປະເທດ ລົງຢ້ຽມຢາມໂອ້ລົມໃຫ້ກຳລັງໃຈພະນັກງານ-ນັກຮົບ
ທີ່ພວມປະຕິບັດການກູ້ໄພຢູ່ພາກສະໜາມ

     ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດ
ລົງພົບປະໂອ້ລົມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມພາລະກິດກອບກູ້ໄພພິບັດກໍລະນີຄູກັນນໍ້າສຳຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ທີ່ເມືອງສະໜາມ
ໄຊ ແຂວງ ອັດຕະປື ໃນວັນທີ 5 ກັນຍານີ້, ໂອກາດທີ່ທ່ານ ພ້ອມຄະນະລົງ ຕິດຕາມຊຸກຍູ້ວຽກງານການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຢ້ຽມຢາມປະຊາຊົນຜູ້
ຖືກກະທົບຈາກໄພພິບັດຢູ່ເມືອງສະໜາມໄຊ.


ທ່ານ ພັນຄຳ ວິພາວັນ ລົງຢ້ຽມຢາມໂອ້ລົມໃຫ້ກຳລັງໃຈພະນັກງານ-ນັກຮົບ ທີ່ພວມປະຕິບັດການກູ້ໄພຢູ່ພາກສະໜາມ

     ທ່ານຮອງປະທານປະເທດໄດ້ສະແດງຄວາມຍ້ອງຍໍຊົມເຊີຍນາຍ ແລະ ພົນທະຫານທີ່ເຂົ້າຮ່ວມກອບກູ້ໄພພິບັດຊ່ວຍເຫຼືອປະຊາຊົນ, ຊອກຄົ້ນຫາຜູ້ສູນຫາຍຢ່າງທໍລະ
ຫົດອົດທົນ ແລະ ບໍ່ຮູ້ອິດຮູ້ເມື່ອຍ ໂດຍເນັ້ນໃຫ້ຖືວຽກງານກອບກູ້ໄພພິບັດເປັນສະໜາມຮົບອັນໜຶ່ງຂອງກອງທັບເຮົາໃນປັດຈຸບັນ, ທ່ານເນັ້ນໃຫ້ຮັກສາສຸຂະພາບ, ຮັກສາ
ທາດແທ້ມູນເຊື້ອຂອງກອງທັບ, ຊ່ວຍຟື້ນຟູຊີວິດຂອງປະຊາຊົນຕາມເງື່ອນໄຂຄວາມອາດສາມາດຕົວຈິງ. ພ້ອມນັ້ນກໍເຮັດໜ້າທີ່ຕາມຄວາມຮຽກຮ້ອງຕ້ອງການຂອງພັກລັດ
ຖະບານ ແລະ ຂອງປະຊາຊົນບັນດາເຜົ່າ, ເອົາໃຈໃສ່ກຳແໜ້ນແຜນຂອງຄະນະກຳມະການລະດັບຊາດ, ແຜນຂອງກະຊວງປ້ອງກັນປະເທດ ແລະ ອົງການທີ່ກ່ຽວຂ້ອງກ່ຽວ
ກັບການກອບກູ້ໄພພິບັດ ແລະ ເຮັດໜ້າທີ່ຂົນຂວາຍປະຊາຊົນຜູ້ປະສົບໄພໃຫ້ເຂົາເຈົ້າມີຄວາມອຸ່ນອຽນທຸ່ນທ່ຽງຕັ້ງໜ້າຟື້ນຟູຄຸນນະພາບຊີວິດໃຫ້ຄືນສູ່ປົກກະຕິໂດຍໄວ.

     ໂອກາດດຽວກັນນີ້, ທ່ານຮອງປະທານປະເທດເຮົາຍັງໄດ້ລົງກວດກາສູນພັກເຊົາຊົ່ວຄາວ ແລະ ຢ້ຽມ ຢາມປະຊາຊົນຜູ້ປະສົບຜົນກະທົບຈຳນວນໜຶ່ງ.