ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮມຊຸມນຸມລະນຶກວັນສ້າງຕັ້ັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 15 ປີ

     ງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 15 ປີ (9 ກັນຍາ 2002 - 9 ກັນຍາ 2017) ໄດ້ຈັດຂຶ້ນ
ໃນວັນທີ 5 ກັນຍານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍມີ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ປະທານ
ສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມດ້ວຍການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ອະດີດການນໍາ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ
ເຂົ້າຮ່ວມ.


ທ່ານ ພັນຄໍາ ວິພາວັນ ເຂົ້າຮ່ວມງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 15 ປີ

     ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ໄດ້ຊີ້ໃຫ້ເຫັນວ່າ: ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຖັນແຖວນັກຮົບປະຕິວັດ (ນັກຮົບເກົ່າ
ໃນປັດຈຸບັນ) ໄດ້ຕິດພັນສະໜິດແໜ້ນກັບການເຕີບໃຫຍ່ຂະຫຍາຍ ຕົວຂອງການປະຕິວັດລາວ ແລະ ປະຫວັດສາດແຫ່ງການຕໍ່ສູ້ອັນອົງອາດກ້າແກ່ນຍືດ
ເຍື້ອຍາວນານ ແລະ ມີໄຊຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ອັນໄດ້ສ້າງ
ວິລະກໍາທີ່ລໍ້າເລີດ ຜົນງານອັນຍິ່ງໃຫຍ່ ແລະ ມູນເຊື້ອອັນສະຫງ່າລາສີສືບທອດກັນມາເປັນການສະທ້ອນໃຫ້ເຫັນເຖິງການທົດສອບຊຸບຫຼໍ່ຄົນລາວເຊື້ອຊາດ
ລາວເຜົ່າຕ່າງໆ ໃຫ້ມີຄວາມອົງອາດກ້າແກ່ນ ອົດທົນດຸໝັ່ນປະດິດສ້າງກາຍເປັນນັກຮົບປະຕິວັດຜູ້ອາດຫານ ເປັນນັກຮົບແຂ່ງຂັນວີລະຊົນແຫ່ງຊາດ ພາຍ
ຫຼັງສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາຖັນແຖວນັກຮົບປະຕິວັດຫຼາຍສະຫາຍໄດ້ກາຍເປັນການນໍາພັກ-ລັດ ພະນັກງານນໍາພາ ຄຸ້ມຄອງຫຼັກແຫຼ່ງແຕ່ສູນກາງລົງຮອດທ້ອງຖິ່ນທົ່ວປະເທດ; ຖັນແຖວນັກຮົບເກົ່າຍາມໃດກໍມີຄວາມເດັດດ່ຽວໝັ້ນໜຽວ ຮັກສາ ແລະ ເສີມຂະຫຍາຍ ໄດ້
ມູນເຊື້ອທາດແທ້ປະຕິວັດ ຈົ່ງຮັກພັກດີຕໍ່ພາລະກິດປະຕິວັດກຽມພ້ອມເສຍສະຫຼະເລືອດເນື້ອເຫື່ອແຮງສະຕິປັນຍາຂອງຕົນເພື່ອຜົນປະໂຫຍດລວມຂອງ ປະເທດຊາດ ແລະ ປະຊາຊົນ.

     ອົງການຈັດຕັ້ງຂອງນັກຮົບເກົ່າໄດ້ຮັບການສ້າງຕັ້ງຂຶ້ນຕາມດໍາລັດ ເລກທີ 238/ນຍ ລົງວັນທີ 19 ທັນ ວາ 2001 ໂດຍໃສ່ຊື່ວ່າ “ສະມາຄົມນັກຮົບ
ເກົ່າລາວ” ຈາກນັ້ນມາແມ່ນໄດ້ປັບປຸງ ແລະ ສ້າງຕັ້ງເປັນ “ສະຫະພັນນັກຮົບເກົ່າແຫ່ງຊາດລາວ” ຕາມຂໍ້ຕົກລົງເລກທີ 68/ກມສພ ລົງວັນທີ 9 ກັນຍາ
2002; ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງຂອງພັກພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານສູນກາງພັກ ແລະ
ກົມການເມືອງສູນກາງພັກ ມີຖານະທຽບເທົ່າກັບອົງການຈັດຕັ້ງຂອງພັກ-ລັດ ແລະ ອົງການຈັດຕັ້ງອື່ນໆຂອງພັກ ເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນ ແລະ
ກົດໝາຍຂອງ ສປປ ລາວ ມີພາລະບົດ ບາດເປັນເສນາທິການໃຫ້ສູນກາງພັກ ແລະ ລັດຖະບານກ່ຽວກັບວຽກງານຂົນຂວາຍເຕົ້າໂຮມຈັດຕັ້ງ ແລະ ສຶກສາ
ອົບຮົມນັກຮົບເກົ່າໃຫ້ຮັກສາມູນເຊື້ອປະຕິວັດປະກອບສ່ວນເຂົ້າໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມປົກປັກຮັກສາ ແລະ ພັດທະນາປະເທດຊາດ.

     15 ປີຜ່ານມາ ສະຫະພັນນັກຮົບເກົ່າແຫ່ງຊາດລາວໄດ້ຮັບການປັບປຸງກໍ່ສ້າງຕົນເອງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ອັນພົ້ນເດັ່ນໄດ້ເອົາ
ໃຈໃສ່ຫັນລົງຮາກຖານເກັບກໍາຄວາມຄິດເຫັນສຶກສາອົບຮົມການ ເມືອງ-ແນວຄິດຖັນແຖວນັກຮົບເກົ່າປຸກລະດົມຂະບວນການແຂ່ງຂັນ 3 ດີ 6 ຮັກສາ
ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາການຈັດຕັ້ງສະຫະພັນນັກຮົບເກົ່າແຕ່ສູນກາງຮອດທ້ອງຖິ່ນໄດ້ຮັບການປັບປຸງໃຫ້ມີ ຄວາມເຂັ້ມແຂງໜັກ
ແໜ້ນຢ່າງບໍ່ຢຸດຢັ້ງ ເຊິ່ງປັດຈຸບັນທົ່ວປະເທດມີໜ່ວຍຮາກຖານນັກຮົບເກົ່າ 1.318 ໜ່ວຍ ມີສະມາຊິກ 53.958 ສະຫາຍ ເພີ່ມຂຶ້ນ 25,5% ໃນນີ້ມີສະ
ຫະພັນນັກຮົບເກົ່າຂັ້ນເມືອງ 148 ເມືອງ ຂັ້ນແຂວງ 17 ແຂວງ ແລະ 1 ນະຄອນຫຼວງ, ການປັບປຸງກໍ່ສ້າງພັກການປະຕິບັດນະໂຍບາຍຕໍ່ສະມາຊິກຕາມ
ລະບຽບກົດໝາຍກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຖັນແຖວນັກຮົບເກົ່າເສີມຂະຫຍາຍໄດ້ມູນເຊື້ອເພິ່ງຕົນເອງກຸ້ມຕົນເອງ ນໍາພາຄອບຄົວທໍາການ
ຜະລິດເປັນສິນຄ້າ ແລະ ບໍລິການຕ່າງໆ ເອົາໃຈໃສ່ເສີມຂະຫຍາຍແນວທາງການຕ່າງປະເທດຂອງພັກມີໝາກຜົນດີ ໂດຍສັງລວມແລ້ວ 15 ປີຜ່ານມາ ສະ
ຫະພັນນັກຮົບເກົ່າແຫ່ງຊາດລາວ ສາມາດຈັດຕັ້ງ ແລະ ເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນເປັນຮູບປະທຳ ແລະ ມີໝາກຜົນດີຂຶ້ນເປັນກ້າວໆມາ.

     ທ່ານ ພັນຄໍາ ວິພາວັນ ກໍໄດ້ກ່າວວ່າ: 15 ປີຜ່ານມາ ຖັນແຖວນັກຮົບເກົ່າແມ່ນຍັງຮັກສາ ແລະ ເສີມຂະຫຍາຍໄດ້ມູນເຊື້ອອັນດີງາມຂອງຕົນປະກອບ
ສ່ວນສໍາຄັນເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ ແລະ ມີການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ສາມາດຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານ
ຫຼາຍດ້ານ, ພັກ-ລັດ ຕີລາຄາສູງຕໍ່ຜົນສໍາເລັດ ແລະ ການປະກອບສ່ວນອັນໃຫຍ່ຫຼວງດັ່ງກ່າວ, ໂອກາດນີ້ທ່ານຍັງໄດ້ຮຽກຮ້ອງມາຍັງສະຫະພັນນັກຮົບເກົ່າ
ແຕ່ລະຂັ້ນ ແລະ ບັນດານັກຮົບເກົ່າທຸກສະຫາຍ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນດີງາມຂອງຕົນ ເພີ່ມທະວີຄວາມສາມັກຄີ
ພາຍໃນກັບທຸກຊັ້ນຄົນໃນສັງຄົມໃຫ້ແໜ້ນແຟ້ນ ປະກອບສ່ວນເຂົ້າໃນການສ້າງກ້ອນກໍາລັງມະຫາສາມັກຄີປອງດອງເປັນປຶກແຜ່ນຂອງປວງຊົນລາວຢູ່
ອ້ອມຂ້າງ ພັກ-ລັດ ເສີມຂະຫຍາຍຄວາມສາມາດ ແລະ ເຊີດຊູບົດບາດຂອງນັກຮົບເກົ່າປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດ
ຊາດຕາມແນວທາງປ່ຽນແປງໃໝ່ຂອງພັກ.