ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປຶກສາຫາລືເພື່ອກຽມຄວາມພ້ອມໃຫ້ແກ່ກອງປະຊຸມສຳມະນາວິທະຍາສາດ
ກ່ຽວກັບ “ ວຽກງານການທະຫານທ້ອງຖິ່ນ ”

     ວັນທີ 4 ກໍລະກົດ 2017 ນີ້, ຢູ່ທີ່ຫ້ອງປະຊຸມກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກຽມຄວາມພ້ອມໃຫ້ແກ່ການເປີດ
ກອງປະຊຸມສຳມະນາວິທະຍາສາດກ່ຽວກັບ “ວຽກງານການທະ ຫານທ້ອງຖິ່ນ” ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນ
ລາວ ຄົບຮອບ 70 ປີ (20/1/1949-20/1/2019) ໂດຍການເປັນປະທານຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນ
ປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຕາງໜ້າຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງ ຕະຫຼອດບັນດາອານຸກຳມະການຕ່າງໆເຂົ້າຮ່ວມ.


ພົນຕີ ຈັນທອງ ສອນຕະອາດ ເປັນປະທານກອງປະຊຸມປຶກສາຫາລືເພື່ອກຽມຄວາມພ້ອມ ໃຫ້ແກ່ສຳມະນາວິທະຍາສາດກ່ຽວກັບ “ວຽກງານການທະຫານທ້ອງຖິ່ນ

     ພັນເອກ ຄຳສະເຫວີຍ ສີນທະນູໄຊ ຮອງຫົວໜ້າກົມທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານແຜນການກະກຽມກອງປະຊຸມສຳ
ມະນາວິທະຍາສາດວຽກງານການທະຫານທ້ອງຖິ່ນ ໂດຍສະເພາະແມ່ນການກະກຽມບັນດາບົດສຳມະນາຕ່າງໆ, ປະຫວັດການເຄື່ອນໄຫວແຕ່ລະບັ້ນຮົບທີ່
ກຳລັງກອງຫຼອນກຳລັງປ້ອງກັນຕົວ, ແລະ ບາງບົດຮຽນແຫ່ງການເຄື່ອນໄຫວວຽກງານການທະຫານທ້ອງຖິ່ນ, ປະສານສົມທົບແໜ້ນລະຫວ່າງກຳລັງປະ
ກອບອາວຸດອື່ນໆ.

     ໂອກາດນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ເນັ້ນໃຫ້ບັນດາອານຸກຳມະການຕ່າງໆ ຈົ່ງພ້ອມກັນສືບຕໍ່ປັບປຸງເນື້ອໃນການກະກຽມໃຫ້ກອງປະ
ຊຸມສຳມະນາວິທະຍາສາດຄັ້ງນີ້ໃຫ້ມີປະສິດທິຜົນ, ຮີບຮ້ອນປັບປຸງບັນດາຮ່າງເອກະສານທີ່ຍັງບໍ່ທັນສົມບູນ ແລະ ສືບຕໍ່ເກັບກຳຂໍ້ມູນໃຫ້ຄົບຖ້ວນ, ກຳນົດ
ຫົວບົດທີ່ນຳມາສຳມະນາໃຫ້ສອດຄ່ອງ, ທັງນີ້ກໍເພື່ອເຮັດໃຫ້ບັ້ນສຳມະນາວິທະຍາສາດການທະຫານທ້ອງຖິ່ນມີຄວາມໝາຍສຳຄັນເລິກເຊິ່ງ ເພື່ອຕ້ອນຮັບ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະມາເຖິງໃຫ້ມີຄວາມໝາຍເລິກເຊິ່ງ.